ໃຜມັກໄປໄທຕຽມເດີ້ ໄທເລີ່ມເກັບຄ່າທຳນຽມຄົນທີ່ເຂົ້າປະເທດໄທ ເລີ່ມເດືອນມີຖຸນານີ້

0
96

ໄທປະກາດ ຈະເລີ່ມເກັບຄ່າທຳນຽມສຳລັບຜູ້ທີ່ຈະເດີນທາງເຂົ້າປະເທດ ຈຳນວນ 150-300 ບາດ ໂດຍຈະເລີ່ມໃນເດືອນມິຖຸນາ ປີນີ້.

ໃນວັນທີ 14 ກຸມພາ 2023 ຮອງໂຄສົກປະຈຳສຳນັກງານນາຍົກລັດຖະມົນຕີແຫ່ງປະເທດໄທ ກ່າວໃນກອງປະຊຸມວ່າ: ໄດ້ຕົກລົງຮ່າງປະກາດຄະນະກຳມະການນະໂຍບາຍການທ່ອງທ່ຽວແຫ່ງຊາດ ເລື່ອງ ການຈັດເກັບຄ່າທຳນຽມການທ່ອງທ່ຽວພາຍໃນປະເທດຂອງນັກທ່ອງທ່ຽວຕ່າງຊາດ.

ເຊິ່ງກຳນົດຫຼັກເກນ ວິທີການ ແລະ ເງື່ອນໄຂໃນການຈັດເກັບຄ່າທຳນຽມການທ່ອງທ່ຽວພາຍໃນປະເທດຈາກນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າໄປໃນປະເທດໄທ ໂດຍກຳນົກຄ່າທຳນຽມ 300 ບາດ ຕໍ່ຄົນຕໍ່ຄັ້ງ ສຳລັບຜູ້ທີ່ເດີນທາງທາງອາກາດ ແລະ 150 ບາດ ຕໍ່ຄົນຕໍ່ຄັ້ງ ສຳລັບຜູ້ທີ່ເດີນທາງເຂົ້າຜ່ານຊ່ອງທາງບົກ ແລະ ນ້ຳ.

ຈະຍົກເວັ້ນສຳລັບຜູ້ທີ່ຖືໜັງສືເດີນທາງ ເພື່ອການທູດ ກົງສຸນ ຫຼື ປະຕິລັດທາງລາຊະການ (Diplomatic or Official Passport) ຜູ້ທີ່ໄດ້ຮັບອະນຸຍາດໃຫ້ປະກອບອາຊີບໃນປະເທດໄທ ຫຼື ໜັງສືອະນຸຍາດໃຫ້ຄົນຕ່າງດ້າວເຮັດວຽກໃນໄທ ເປັນການສະເພາະທີ່ກະຊວງແຮງງານກຳນົດ, ຜູ້ໂດຍສານເດັກນ້ອຍ ບໍ່ເກີນ 2 ປີ ແລະ ບຸກຄົນອື່ນໆທີ່ຄະນະກຳມະການນະໂຍບາຍການທ່ອງທ່ຽວແຫ່ງຊາດຂອງປະເທດໄທ ໄດ້ກຳນົດໄວ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.