ກີລາມວຍໃສ່ຊື່ເປັນ ກຸນຂະແມ ໃນຊີເກມທີ່ກໍາປູເຈຍ 6 ຊາດພ້ອມຮ່ວມຊີງໄຊລາວຕັ້ງເປົ້າ 2 ຫຼຽນຄໍາ

0
118

ເຈົ້າພາບ ກໍາປູເຈຍ ຈະໃສ່ຊື່ກີລາ ກຸນ ຂະແມ ( KUN KHMER ) ແທນຊື່ຂອງກີລາມວຍ ໃນຊີເກມ ຄັ້ງທີ 32 ທີ່ກໍາປູເຈຍ ເປັນເຈົ້າພາບໃນເດືອນພຶດສະພາ 2023 ໂດຍ ສະຫະພັນກຸນ ຂະແມ ນາໆຊາດ ( KUN KHMER International Federation ) ຢືນຢັນມີ 6 ຊາດເຂົ້າຮ່ວມຊີງໄຊ. ຂະນະທີ່ ສປປ ລາວ ຖະແຫຼງການພ້ອມສົ່ງເຂົ້າຮ່ວມແຂງ່ຂັນ ແລະ ຕັ້ງເປົ້າຢ່າງໜ້ອຍ 2 ຫຼຽນຄໍາ.

ເມື່ອວັນທີ 14 ກຸມພາ 2023 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີພິທີຖະແຫຼງຂ່າວເຖິງຂໍ້ຂ້ອງໃຈ ແລະ ການກຽມພ້ອມຂອງ ທັບນັກກີລາມວຍລາວ ( ກຸນ ຂະແມ ) ທີ່ກຽມເຂົ້າຮ່ວມໃນງານມະຫາກໍາກີລາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາດ ທັງ

ເປັນປະທານສະຫະພັນມວຍໂລກ ແລະ ຄະນະປະທານຈັດການແຂ່ງຂັນກີລາ ກຸນ ຂະແມ, ທ່ານ ມໍລະກົດ ສຸວັນນະສັງໂສ ກໍາມະການຕັດສິນ ກຸນ ຂະແມ ແລະ ທ່ານ ຂັນທະລີ ໂພທິສານ ຄູຝຶກ ພ້ອມດ້ວຍຄະນະ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາດ ກ່າວວ່າ: ຄວາມເປັນມາຂອງ ກຸນ ຂະແມ ກໍໃນຂົງເຂດອາຊຽນ ຫຼື ຊີເກມ ແມ່ນການຫຼິ້ນກີລາເນັ້ນໜັກແມ່ນກີລາພື້ນບ້ານ ກໍຄືໃນປະເທດເຈົ້າພາບສາມາດນໍາເອົາກີລາພື້ນບ້ານມານໍາສະເໜີ ຖ້າມີສະມາຊິກເຫັນດີ 4 ຊາດຂຶ້ນໄປແມ່ນສາມາດຈັດການ

ແຂ່ງຂັນໄດ້ ເຊິ່ງອີງຕາມກົດຂອງໂອແລມປິກ ແມ່ນເອີ້ນຊື່ເປັນກີລາ ມວຍ. ດັ່ງນັ້ນໃນໄລຍະທີ່ຜ່ານມາ ທີ່ໄທ ເປັນເຈົ້າພາບຊີເກມ ຂໍໃສ່ຊື່ວ່າ ມວຍໄທ ແລະ ຕໍ່ມາລາວ ເປັນເຈົ້າພາບ ກໍຂໍໃສ່ຊື່ວ່າ ມວຍລາວ ຈົນເຖິງປັດຈຸບັນນີ້ ກໍາປູເຈຍ ກໍຂໍໃສ່ຊື່ວ່າ ກຸນ ຂະແມ ( ກຸນ ແມ່ນມວຍ ) ແຕ່ກັບຖືກສື່ປະເທດເພື່ອນໄປບໍ່ເຂົ້າໃຈ ຈິ່ງມີກະແສຮ້ອນແຮງ ເບິ່ງລາຍລະອຽດເບິ່ງຄລິບລຸ່ມນີ້:

ປະທານສະຫະພັນມວຍລາວແຫ່ງຊາດ ກ່າວອີກວ່າ: ຢ່າງໃດກໍຕາມ, ປັດຈຸບັນ ສະຫະພັນກຸນ ຂະແມ ນາໆຊາດ ( KUN KHMER International Federation ) ມີສະມາຊິກແລ້ວ 45 ປະເທດ, ສ່ວນໃນຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ແມ່ນຈະໃສ່ຊື່ ກຸນ ຂະແມ ໂດຍມີ 6 ຊາດຢືນຢັນເຂົ້າຮ່ວມແຂ່ງຂັນ ແລະ ຍັງລໍຖ້າຊາດທີ 7

ຄື: ກໍາປູເຈຍ ( ເຈົ້າພາບ ), ສປປ ລາວ, ອິນໂດເນເຊຍ, ມຽນມາ, ຟິລິບປິນ ແລະ ຫວຽດນາມ, ເຊິ່ງມີການຊີງໄຊ 19 ລາຍການ ແລະ ໃນເບື້ອງຕົ້ນ ສປປ ລາວ ກໍານົດສົ່ງ 6 ຮຸ່ນ ( ຊາຍ 4 ແລະ ຍິງ 2 ຮຸ່ນ ) ພ້ອມຕັ້ງເປົ້າຍາດໃຫ້ໄດ້ຢ່າງໜ້ອຍ 2 ຫຼຽນຄໍາ.
ຂ່າວ-ຮູບ: Larh Creators

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.