ເກີດເຫດກະທິງແລ່ນຕຳປະຊາຊົນໄດ້ຮັບບາດເຈັບສາຫັດໃນຂະນະທີ່ເກັບໄຂ່ມົດແດງ

0
79

ໃນວັນທີ 13 ກຸມພາ 2023 ທີ່ປະເທດ ເຈົ້າໜ້າທີ່ໄດ້ຮັບແຈ້ງວ່າມີກະທິງປ່າ ຫຼື ບ້ານເຮົາເອີ້ນວ່າ ເມີຍ ເຊິ່ງເປັນສັດປ່າສະຫງວນ ໄລ່ຕຳປະຊາຊົນ ໃນລະຫວ່າງທີ່ໄປຫາໄຂ່ມົດແດງ ໄດ້ຮັບບາດເຈັບສາຫັດ ຈຶ່ງນຳເອົາປະຊາຊົນບໍລິເວນນັ້ນ 10 ກວ່າຄົນ ໄປຊ່ວຍເຫຼືອອອກມາ.

ເມື່ອເຈົ້າໜ້າທີ່ໄປ ຈຶ່ງພົບວ່າ ນາງ ແມ່ມ ອາຍຸ 45 ປີ ນອນຈົມກອງເລືອດຢູ່ທີ່ພື້ນ ມີບາດຈີກບໍລິເວນໜ້າເອິກ ທ້ອງ ແລະ ກ້ອງຕາ 2 ຂ້າງ ເຈົ້າໜ້າທີ່ໃຊ້ເວລາດົນພໍສົມຄວນຈຶ່ງຈະນຳເອົາຜູ້ບາດເຈັບອອກມາຈາກປ່າໄດ້ ແລະ ສົ່ງໂຮງໝໍ.

ໂດຍນາງ ແມ່ມ ໄປກັບໝູ່ອີກຄົນໜຶ່ງ ຂີ່ລົດຈັກເພື່ອໄປຫາໄຂ່ມົດແດງ ເນື່ອງຈາກຊ່ວງນີ້ໄຂ່ມົດແດງມີລາຄາສູງ ແຕ່ບໍ່ໄດ້ສອບຖາມປະຊາຊົນແຖວນັ້ນວ່າເປັນແຫຼ່ງຫາກິນຂອງກະທິງປ່າ ໃນຂະນະທີ່ນຳອຸປະກອນຍ່າງເຂົ້າໄປ ກໍຖືກກະທິງທີ່ນອນໃນປ່າຕົກໃຈ ແລ່ນເຂົ້າມາຕຳ ສ່ວນໝູ່ອີກຄົນໜຶ່ງທີ່ໄປນຳ ແລ່ນໜີຂຶ້ນຕົ້ນໄມ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.