ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 16 ກຸມພາ 2023 ການງານ ການເງິນ ຄວາມຮັກ

0
375

ຄົນເກີດວັນອາທິດ:ການ​ງານ​ ວຽກງານ​ທີ່​ເໝາະ​ກັບ​ຕົນທ່ານ​ຊ່ວງ​ນີ້​ຈະ​ເປັນ​ງານ​ດ້ານ​ທີ່​ດິນ,​ ນາຍ​ໜ້າ​ ແລະ​ ງານ​ທີ່​ຕ້ອງ​ໃຊ້​ຄວາມ​ລະອຽດ​ຮອບຄອບ​ຫຼາຍ​ໆ​ ເຊັ່ນ​: ວຽກ​ປະດິດ,​ ວຽກ​ດ້ານ​ສິນລະປະ​ຕ່າງ​ໆ​. ການ​ເງິນມີ​ຄວາມ​ກັງ​ວົນ​ໃຈ​ຢູ່ໃນ​ເລື່ອງ​ຂອງ​ການ​ເງິນ​ ແຕ່​ສຸດ​ທ້າຍ​ຈະ​ມີ​ຫົນ​ທາງ​ຫາ​ເຂົ້າ​ມາ​ ເພາະ​ມີ​ບໍລິວານ​ຖ້າ​ຊ່ວຍ​ເຫຼືອ​ ຄວາມ​ຮັກມີ​ເລື່ອງ​ກັງ​ວົນ​ໃຈ​ດ້ານ​ຄວາມ​ຮັກ​ ໃນ​ຊ່ວງ​ນີ້​ອາດ​ພົບ​ສະຖານນະການ​ຮັກ​ຊ້ອນ​ກໍ​ເປັນ​ໄປ​ໄດ້​​ ເຄື່ອງມຸງຄຸນ​ຫີນນໍາໂຊກ ສີມຸງຄຸນ​ສີສົ້ມ ເລກ​ນຳ​ໂຊກ​1

ຄົນເກີດວັນຈັນ:ການ​ງານ​ການ​ເຈລະ​ຈາ​ທາງ​ດ້ານ​ການ​ງານ​ເກີດ​ຄວາມ​ສຳ​ເລັດ​ຕາມ​ທີ່​ຄາດ​ຫວັງ​ ຜົນ​ງານ​ເປັນ​ທີ່ໜ້າ​ໃຈ​ ການ​ເງິນຈະ​ພົບ​ເລື່ອງ​ທີ່​ເຮັດໃຫ້​ຕ້ອງ​ຈ່າຍ​ເງິນ​ອອກ​ໄປ​ໃນ​ແບບ​ທີ່​ເລັ່ງ​ດ່ວນ​ສະເໝີ​ ບໍ່​ສາມາດ​ຫຼີກ​ລ້ຽງ​ໄດ້​ ຄວາມ​ຮັກມີ​ໂອ​ກາດ​ພົບ​​ໃຜ​ບາງ​ຄົນ​ ທີ່​ຈະ​ເຮັດໃຫ້​ຮູ້ສຶກ​ໄດ້​ວ່າ​ຄື​ເຄີຍ​ໄດ້​ພົບ​ກັນ​ມາ​ກ່ອນ​ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີມ່ວງ
ເລກ​ນຳ​ໂຊກ​8

ຄົນເກີດວັນອັງຄານ:ການ​ງານການ​ເຂົ້າ​ສັງຄົມ​ໃນ​ຊ່ວງ​ນີ້​ຈະ​ໄດ້​ຄອນ​ເນັກ​ຊັ່ນ​ໃໝ່​ໆ​ ໃນ​ເລື່ອງ​ທຸລະກິດ​ການ​ງານ​ ຫຼື​ມີ​ໂອ​ກາດ​ພົບ​​ຜູ້​ທີ່​ມີ​ຕຳແໜ່ງ​ທີ່​ສູງ​ກວ່າ​ກໍ​ເປັນ​ໄປ​ໄດ້​ ການ​ເງິນຊ່ວງ​ນີ້​ເປັນ​ຊ່ວງ​ທີ່​ມີ​ຄວາມ​ສຸກ​ ພໍ​ໃຈ​ຢາກ​ຈະ​ຊື້​ຂອງ​ສິ່ງ​ໃດ​ກໍ​ຈະ​ຕັດ​ສິນ​ໃຈ​ຊື້​ ເປັນ​ການ​ມອບ​ລາງ​ວັນ​ຊີວິດ​ໃຫ້​ຕົນເອງ​ ຄວາມ​ຮັກຈະ​ພົບ​ວ່າ​ຕົນເອງ​ນັ້ນ​ມີ​ສະເໜ່ຫຼາຍ​ໆ​ ຈະ​ມີຄົນ​ເຂົ້າ​ມາ​ມັກ​ຄ່ອນ​ຂ້າງ​ຫຼາຍ​ເປັນ​ພິເສດ​ ແຕ່​ຈະ​ເປັນ​ແບບ​ລັກສະນະ​ຮັກ​ຊ້ອນ​ ທີ່​ບໍ່​ຢາກ​ຈະ​ເປີດ​ເຜີຍ​ໃຫ້​ໃຜ​ໄດ້ຮັບ​ຮູ້​ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນສີບົວອ່ອນ ເລກ​ນຳ​ໂຊກ​4

ຄົນເກີດວັນພຸດ:ການ​ງານວຽກງານ​​ຫຼາຍ​ເປັນ​ພິເສດ​ ສິ່ງ​ທີ່​ບໍ່​ເຄີຍ​ຮູ້​ກໍ​ຈະ​ໄດ້​ຮຽນ​ຮູ້​ ເປັນ​ປະສົບການ​ໃໝ່​ຫຼ້າ​ສຸດ​ ທີ່​ຈະ​ນຳ​ໄປ​ສູ່​ຄວາມ​ກ້າວ​ໜ້າ​ໄດ້​ ການ​ເງິນມີ​ຄວາມ​ກັງ​ວົນ​ໃຈ​ເລື່ອງ​ອະນາຄົດ​ທາງ​ການ​ເງິນ​ ແມ່ນ​ການ​ບໍລິຫານ​ຈັດການ​ຈະ​ຍັງ​ເຮັດ​ໄດ້​ດີ​ຢູ່​ ແຕ່​ໃນ​ເລື່ອງ​ຂອງ​ຈຳນວນ​ເມັດ​ເງິນ​ທີ່​ໄດ້​ມາ​ກໍ​ຍັງ​ບໍ່​ຫຼາຍ​ພໍ​ ຄວາມ​ຮັກຕ້ອງ​ລະ​ວັງ​ເລື່ອງ​ການ​ໃຊ້​ຄຳ​ເວົ້າ​ແລະ​ການ​ໃຊ້​ອາລົມ​ ອາດ​ເຮັດໃຫ້​ຄົນ​ຮັກ​ບໍ່​ສະບາຍ​ໃຈ​ ມີ​ບັນຫາ​ກັນ​ໄດ້​ ເຄື່ອງມຸງຄຸນ​​ແຫວນເງິນ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​2

ຄົນເກີດວັນພະຫັດ:ການ​ງານມີ​ການ​ພັດທະນາ​ຕົນເອງ​ຕະຫຼອດ​ທັງ​ດ້ານ​ຄວາມ​ຄິດ​ແລະ​ຄວາມ​ສາມາດ​ ຕັ້ງ​ໃຈ​ໃນ​ການສ້າງ​ຜົນ​ງານ​ຕ່າງ​ໆ​ ໃຫ້​ດີ​ຂຶ້ນ​ສະເໝີ​ ການ​ເງິນມີ​ການ​ໝຸນ​ເງິນ​ ຊ່ວງ​ນີ້​ຄຽດ​ຫຼາຍ​ເປັນ​ພິເສດ​ ລະ​ວັງ​ຈະ​ເຂົ້າ​ສູ່​ສະພາ​ວະ​ຄຽດ ຄວາມ​ຮັກຄົນ​ໂສດ​ຈະ​ຍັງ​ບໍ່​ຕັດ​ສິນ​ໃຈ​ດ້ານ​ຄວາມ​ຮັກ​ ສ່ວນ​ຄົນ​ມີ​ຄູ່​ ລະ​ວັງ​ການ​ຂັດ​ແຍ້ງ​ແຕກ​ແຍກ​ກັບ​ຄົນ​ຮັກ​ ບໍ່​ຄວນ​ໃຊ້​ອາລົມ​ຈຶ່ງ​ຈະ​ດີ​ທີ່ສຸດ​ ເຄື່ອງມຸງຄຸນ​ເພັດສີແດງ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​9

ຄົນເກີດວັນສຸກ ການ​ງານເຮັດວຽກ​ແບບ​ສະຫຼຽວ​ສະຫຼາດ​ ແລະ ດຸໝັ່ນ ຈຶ່ງ​ເຮັດໃຫ້​ຜົນ​ງານ​ນັ້ນ​ໂດດ​ເດັ່ນ​ຫຼາຍ​ເປັນ​ພິເສດ​ ການ​ເງິນຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ ມີ​ໂຊກ​ດີດວງດີ​ຂຶ້ນ​ຫຼາຍກວ່າ​ແຕ່​ກ່ອນ​ຢ່າງ​ເຫັນ​ໄດ້​ແຈ້ງ​ ຄວາມ​ຮັກຈະ​ພົບ​ຄົົນທີ່​ມີ​ນິ​ໄສ​ຄ້າຍ​ໆ​ກັນ​ ພຽງ​ແຕ່ເບິ່ງ​ຕາ​ກັນ​ກໍ​ເຂົ້າໃຈ​ໃນ​ຊ່ວງ​ນີ້​ກໍ​ເປັນ​ໄປ​ໄດ້​ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​1

ຄົນເກີດວັນເສົາ:ການ​ງານການ​ງານ​ມັກ​ພົບ​​ອຸປະສັກ​ຕ່າງ​ໆ​ ການ​ເຮັດ​ວຽກງານ​ໜັກ​ຍັງ​ສົ່ງ​ຜົນ​ຕໍ່​ສຸຂະພາບ​ ຈຶ່ງ​ຄວນ​ຫາ​ເວລາ​ພັກ​ຜ່ອນ​ ການ​ເງິນຊ່ວງ​ນີ້​ມັກ​ໃຊ້​ເງິນ​ອອກ​ໄປ​ເພື່ອ​ມອບ​ລາງ​ວັນ​ຊີວິດ​ໃຫ້​ຕົນເອງ​ ແຕ່​ກໍ​ມີ​ໂຊ​ກດີ​ທີ່​ວ່າ​ມີ​ເພດ​ກົງກັນຂ້າມ​ ຫຼື​ຄົນ​ຮັກ​ຄອຍ​ຖ້າ​ອຸປະຖຳ​ທາງ​ດ້ານ​ການ​ເງິນ​ ຄວາມ​ຮັກຈະ​ພົບ​ຄົົນທີ່​ມີ​ລັກສະນະ​ຄວາມ​ເປັນ​ຜູ້​ນຳ​ ໝັ້ນໃຈໃນ​ຕົນເອງ​ຫຼາຍ​ໆ​ ໃນ​ຊ່ວງ​ນີ້​ ທ່ານ​ຈະ​ເຂົ້າ​ມາປຶກ​ສາ​ ຂໍ​ຄຳ​ແນະ​ນຳ​ບາງຢ່າງ​ກັບ​ທ່ານ​ກໍ​ເປັນ​ໄປ​ໄດ້​​ ເຄື່ອງມຸງຄຸນ​ຫີນນໍາໂຊກສີແດງ ສີມຸງຄຸນສີຄຣີມ ເລກ​ນຳ​ໂຊກ​4

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.