ກະຊວງ ປກສ ປະກາດນາຍຕຳຫຼວດຂັ້ນສູງ 15 ທ່ານ ພັກການຮັບອຸດໜູນບຳນານ

0
94

ໃນວັນທີ 15 ກຸມພາ 2023, ກະຊວງ ປກສ ປະກາດນາຍຕໍາຫຼວດຂັ້ນສູງ ຈໍານວນ 15 ທ່ານ ພັກການ-ຮັບອຸດໜູນບໍານານ, ເປັນປະທານໂດຍ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີຄະນະພັກ-ຄະນະບັນຊາກົມກອງ ອ້ອມຂ້າງກະຊວງ, ວິທະຍາຄານ ແລະ ນາຍຕໍາຫຼວດ ທີ່ໄດ້ພັກການ-ຮັບອຸດໜູນບໍານານ ເຂົ້າຮ່ວມ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ແລະ ຂໍ້ຕົກລົງຂອງ ກະຊວງ ປກສ ວ່າດ້ວຍ ການອະນຸມັດໃຫ້ນາຍຕໍາຫຼວດພັກການ-ຮັບອຸດໜູນບໍານານ ຈໍານວນ 15 ທ່ານ ມີຄື:

ພົຈວ ຄໍາແພງ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ພົຈວ ຄໍາຜາສິດ ບົງມູນທອງ ຫົວໜ້າກົມກວດກາ-ກວດການ ພົຈວ ສົມໄຊ ພູລະຄໍາມະນີ ຫົວໜ້າ ປກສ ແຂວງເຊກອງ ພັອ ພອນເພັງ ຫຼ້າບັນດິດ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ປກສພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ

ພັອ ນາງ ວິໄລວັນ ດວງສະຫວັນ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການ ພັອ ສຸພາ ອິນທະວົງສາ ຫົວໜ້າກົມ 207 ກົມໃຫຍ່ 502 ພັອ ເປົາລີ ພູສາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ 502 ພັອ ບຸນຖິ່ນ ແກ້ວມົນລັດຊີ ຫົວໜ້າກົມ 307 ກົມໃຫຍ່ຕໍາຫຼວດ ພັອ ພອນໄຊແກ້ວ ທໍາມະວົງ ຮອງຫົວໜ້າກົມ 504

ພັອ ບັນເທົາ ພິມພິສານ ຮອງຫົວໜ້າກົມ 512 ພັອ ຄໍາເກື່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ພັອ ທອງແດງ ຄໍາພິທູນ ຮອງຫົວໜ້າ ກອງບັນຊາການປ້ອງກັນທີ່ຕັ້ງ ພັອ ໄຊສຸວັນ ພັນທະສຸກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ພັອ ຄໍາພັດ ສາລີວອນ ຮອງຫົວໜ້າອໍານວຍການ ວິທະຍາຄານຕໍາຫຼວດປະຊາຊົນ

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ມີຄຳເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາສະຫາຍ ທີ່ໄດ້ພັກການ-ຮັບອຸດໜູນບຳນານຄັ້ງນີ້ ວ່າ:

ໃນໄລຍະຜ່ານມາ, ບັນດາສະຫາຍ ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ທີ່ການຈັດຕັ້ງມອບໝາຍໃຫ້, ຍາດໄດ້ຜົນງານດີເດັ່ນ, ປະກອບສ່ວນເຂົ້າໃນການປະຕິວັດ ໃນແຕ່ລະໄລຍະ ຢ່າງສຸດກົກສຸດປາຍ ເຊິ່ງສະແດງເຖິງຄຸນງາມຄວາມດີມີນ້ຳໃຈພິລະອາດຫານ, ຄວາມເດັດດ່ຽວ, ຄວາມເສຍສະຫຼະອັນສູງສົ່ງ ທີ່ໄດ້ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນພາລະກິດປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ພ້ອມນັ້ນ, ກໍໃຫ້ແຕ່ລະສະຫາຍສືບຕໍ່ເສີມຂະຫຍາຍບົດບາດ, ເປັນແບບຢ່າງໃນການປົກປັກຮັກສາອຸດົມການປະຕິວັດຂອງພັກ-ລັດ ແລະ ໝາກຜົນຂອງການປະຕິວັດ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຖ່າຍທອດມູນເຊື້ອປະຕິວັດ ແລະ ເປັນແວ່ນແຍງໃຫ້ລູກ-ຫຼານໄດ້ສືບທອດເອົາມູນເຊື້ອທີ່ດີ, ປະກອບສ່ວນສຳຄັນຕ່າງໆເຂົ້າໃນວຽກງານປະຕິວັດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ກໍຄື ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.