ຈີນເປັນປະເທດທີ່ກວ້າງໃຫຍ່ໄພສານ ມີພົນລະເມືອງຫຼາຍ ກຳລັງຊື້ສູງແຕ່ການຈະສົ່ງອອກສິນຄ້າໄປຈີນນັ້ນກໍບໍແມ່ນເລື່ອງງ່າຍພໍເທົ່າໃດ ຕ້ອງປະຕິບັດຕາມເງື່ອນໄຂມາດຖານທີ່ທາງ ສປ ຈີນກຳນົດໄວ້ຈຶ່ງຈະສາມາດເຂົ້າເຖິງໄດ້ ມື້ນີ້ຂ່າວເສດຖະກິດ-ການຄ້ານຳເອົາພຶດເປັນສິນຄ້າປະເພດກ້ວຍ ແລະເງື່ອນໄຂການສົ່ງອອກໄປ ສປ ຈີນມາຝາກໃຫ້ຜູ້ທີ່ມີຈຸດປະສົ່ງຈະປູກກ້ວຍສົ່ງໄປຈີນໄດ້ສຶກສາຮຽນຮູ້.
ເງື່ອນໄຂດ້ານສຸຂານາໄມພືດໃນການສົ່ງອອກໝາກກ້ວຍ ຈາກ ສປປ ລາວ ໄປ ສປ ຈີນ ເຊິ່ງໄດ້ກໍາ ນົດກ່ຽວກັບຊະນິດໝາກກ້ວຍ, ສັດຕູພືດກັກກັນ, ການຈັດການສວນປູກ ແລະ ໂຮງເຮືອນຫຸ້ມຫໍ່ບັນຈຸ ເຊິ່ງມີເນື້ອໃນດັ່ງຕໍ່ໄປນີ້:
ຊະນິດໝາກກ້ວຍ: ທີ່ຈະສາມາດສົ່ງອອກ ຕ້ອງເປັນຊະນິດພັນທີ່ມີຊື່ວິທະຍາສາດ Musasusp-tentum L. ຊື່ສາມັນເປັນພາສາອັງກິດວ່າ banana ເຊິ່ງເປັນກ້ວຍທີ່ມີອາຍຸ 10-11 ອາທິດ ນັບຈາກ ມື້ອອກ ແລະ ເກັບກ່ຽວໃນເວລາທີ່ກ້ວຍຍັງບໍ່ທັນສຸກ, ໝາກກ້ວຍສຸກທຸກຊະນິດແມ່ນບໍ່ສາມາດສົ່ງອອກໄດ້.
ສັດຕູພືດກັກກັນ: ໝາກກ້ວຍທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ຕ້ອງບໍ່ປົນເປື້ອນ ກິ່ງ ງ່າ, ໃບ ແລະ ດິນ ແລະ ຕ້ອງບ່ໍຕິດແປດສັດຕູພືດກັກກັນ ທີ່ຝ່າຍຈີນ ກໍານົດໄວ້ 11 ຊະນິດຄື: 1. ແມງມີ່ຂາວກຽວ; 2. ເພ້ຍຫອຍສີເຫຼືອງ; 3. ແມງວັນທອງໝາກໄມ້; 4. ແມງວັນທອງໝາກຫຸ່ງ; 5. ແມງວັນທອງໝາກເຂືອ; 6. ເພ້ຍແປ້ງໝາກນັດ; 7. ເພ້ຍແປ້ງປາຊີຟິກ; 8. ບົ້ງສີບົວ; 9. ເພ້ຍແປ້ງໝາກມ່ວງ; 10. ເພ້ຍຫອຍດາວ; 11. ພະຍາດຫ່ຽວ.
ບໍ່ພຽງເທົ່ານັ້ນສວນປູກໝາກກ້ວຍທີ່ຈະສົ່ງອອກໄປ ສປ ຈີນ ນັ້ນຕ້ອງມີມາດຕະການເຝົ້າລະວັງສັດຕູພືດ ກັກກັນດັ່ງທີ່ໄດ້ກ່າວມາກ່ອນໜ້ານີ້ ແລະ ມີການຈັດການສວນແບບປະສົມປະສານ ດັ່ງນີ້:
1. ການຈັດການສວນປູກຕ້ອງປະຕິບັດຕາມເງື່ອນໄຂມາດຕະຖານກະສິກໍາທີ່ດີ GAP ກ່ຽວກັບຄວາມປອດໄພຂອງຜົນຜະລິດ ຄື: ຂໍ້ກໍານົດກ່ຽວກັບ ປະຫວັດ ແລະ ການຈັດການພື້ນທີ່, ການນໍາໃຊ້ແນວພັນພືດ, ການນໍາໃຊ້ຝຸ່ນ ແລະ ສານປັບປຸງດິນ, ການນໍາໃຊ້ນໍ້າ, ການນໍາໃຊ້ສານເຄມີ, ເກັບກ່ຽວ ແລະ ການຈັດການຜົນຜະລິດ, ເຄຫະສະຖານ, ການທໍາ ຄວາມສະອາດ ແລະ ອານາໄມ, ການຄວບຄຸມສັດລ້ຽງ ແລະ ສັດຕູພືດ, ການອານາໄມສ່ວນບຸກຄົນ, ການຮັກສາຄຸນນະພາບຜົນຜະລິດ, ການເກັບຮັກສາ ແລະ ການຂົນສົ່ງ, ການກວດກາຍ້ອນຫຼັງ ແລະ ການຮຽກຄືນ, ການຝຶກອົບຮົມ, ການບັນທຶກເອກະສານ ແລະ ການທົບທວນຄືນ.
2. ການຈັດການສັດຕູພືດກັກກັນ: ໃນສວນປູກຕ້ອງມີການຈັດການສັດຕູພືດແບບປະສົມປະ ສານ IPM ເຊັ່ນ: ການໃຊ້ກັບດັກເຟລາໂມນ ແລະ ກາວເຫຼືອງ, ການອານາໄມສວນປູກ ແລະ ຮັກສາຄວາມສະອາດ, ການເກັບທໍາລາຍໝາກທີ່ລົ່ນຖິ້ມ, ການຕັດແຕ່ງກິ່ງງ່າ ແລະ ອະນຸລັກແມງໄມ້ທີ່ເປັນປະໂຫຍດ, ຖ້າພົບເຫັນສັດຕູພືດ ຄວນນໍາໃຊ້ວິທີກາຍະພາບ ໂດຍການເກັບທໍາລາຍແມງໄມ້ສັດຕູພືດຖິ້ມ ແລະ ນໍາໃຊ້ວິທີການອື່ນທີ່ເໝາະສົມ;
3. ຜູ້ປະກອບການຕ້ອງມີການບັນທຶກລະອຽດ ກ່ຽວກັບ ການຕິດຕາມ ແລະ ການຈັດການສັດຕູພືດເຊັ່ນ: ຊື່ສານເຄມີ, ລະດູການນໍາໃຊ້, ສານອອກລິດ, ປະລິມານນໍາໃຊ້. ຈໍານວນຄັ້ງນໍາໃຊ້ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ. ການບັນທຶກເອກະສານຕ້ອງເກັບ ຮັກສາໄວ້ເປັນຢ່າງດີ ແລະ ໃຫ້ມີພ້ອມໃນເວລາກວດກາຂອງເຈົ້າໜ້າທີ່.
4. ສະຖານທີ່ປະກອບການຜະລິດຕ້ອງມີມາດຕະການປ້ອງກັນ ແລະ ຄວບຄຸມການຕິດແປດ ຂອງພະຍາດໂຄວິດ-19 ໃສ່ຜະລິດຕະພັນ ແລະ ຜູ້ປະຕິບັດໜ້າທີ່.
ໂຮງເຮືອນຫຸ້ມຫໍ່ບັນຈຸໝາກກ້ວຍ: ກ່ອນຂະ ບວນການຂົນສົ່ງການຈັດການພາຍໃນໂຮງເຮືອຫຸ້ມ ຫໍ່ບັນຈຸ ຕ້ອງປະຕິບັດ ດັ່ງນີ້:
1.ການຫຸ້ມຫໍ່ບັນຈຸຕ້ອງຄັດເລືອກເອົາໝາກທີ່ສົມບູນປາສະຈາກໝາກເໜົ່າ, ພະຍາດ, ແມງ ໄມ້, ໃບ ແລະ ຊິ້ນສ່ວນເສດເຫຼືອອື່ນໆ ແລະ ລ້າງໃຫ້ສະອາດ ພ້ອມທັງກໍາຈັດເຊື້ອ ພະຍາດ ດ້ວຍການນໍາໃຊ້ຢາຂ້າເຊື້ອຣາຫຼັງການເກັບກ່ຽວ.
2.ບໍ່ປົນເປື້ອນສິ່ງທີ່ມີຊີວິດ, ດິນ, ສິ່ງເສດເຫຼືອຂອງພືດ ແລະ ສານທີ່ເປັນອັນຕະລາຍເຊັ່ນ: ຢາປາບສັດຕູພືດ, ໂລຫະໜັກ, ຈຸລິນຊີ ແລະ ສານພິດຕົກຄ້າງອື່ນ ຕ້ອງບໍ່ເກີນລະດັບການ ຕົກຄ້າງສູງສຸດ ທີ່ກໍານົດໄວ້ລະບຽບ ແລະ ກົດໝາຍຂອງ ສປ ຈີນ.
3.ວັດສະດຸຫຸ້ມຫໍ່ບັນຈຸຕ້ອງສະອາດ, ບໍ່ເຄີຍນໍາໃຊ້ມາກ່ອນ ແລະ ຕ້ອງສອດຄ່ອງກັບເງື່ອນໄຂ ສຸຂານາໄມພືດທີ່ ສປ ຈີນກໍານົດ.
4.ແຕ່ລະພາຊະນະຫຸ້ມຫໍ່ບັນຈຸ ຕ້ອງພິມ ຫຼື ຕິດສະຫຼາກຂະໜາດຕົວອັກສອນທີ່ຈະແຈ້ງໃສ່ ດ້ານຂ້າງ ແລະ ດ້ານເທິງ. ເນື້ອໃນສະຫຼາກຕ້ອງຂຽນເປັນພາສາອັງກິດໂດຍລະບຸແຈ້ງປະເທດສົ່ງອອກພ້ອມທັງລະບຸແຈ້ງຂໍ້ມູນຊື່ບໍລິສັດສົ່ງອອກ, ຊື່ແນວພັນ, ບະຫັດສວນປູກ, ລະ ຫັດໂຮງເຮືອນຫຸ້ມຫໍ່ ແລະ ວັນເດືອນປີຫຸ້ມຫໍ່ຄົບຊຸດ.