ລອງເຮັດແບບນີ້ເບິ່ງ ຫາເງິນບໍ່ຂື້ນ ລອງຈູດທູບ36 ດອກກາງແຈ້ງ ເພື່ອເປີດຮັບໂຊກລາບ

0
85

ຫາເງິນບໍ່ຂື້ນ ຫາແນວໃດກະມີແຕ່ຈົມ ມີແຕ່ລົ້ມລະລາຍ ເຮັດຫຍັງບໍ່ຂື້ນບໍ່ເກີນຈູດທູບ36 ດອກ ບູຊາກາງແຈ້ງ

ຕັ້ງນະໂມສາມຈົບຂະນ້ອຍ ຊື່….. ນາມສະກຸນ…..ມາຂໍຄະມາ ອະໂຫສິກຳ ເທບທິດາທັງຫລາຍ 16 ຊັ້ນຟ້າ 15 ຊັ້ນດິນ ຜີບ້ານ ຜີເຮືອນ, ເຈົ້າທີ່ ເຈົ້າທາງ, ແມ່ທໍລະນີ, ພະແມ່ຄົງຄ ບ່ອນທີ່ຂ້າພະເຈົ້າອາໃສຢູ່ນີ້

ຂ້າພະເຈົ້າຂໍອະໂຫສິກຳ ໃນສິ່ງທີ່ຂ້າພະເຈົ້າໄດ້ລ່ວງເກີນໄປ ທັງກາຍຍະກຳ, ວາຈາກຳ ,ມະໂນກຳ ຂໍສິ່ງສັກສິດທັງຫລາຍ ອະໂຫສິກຳໃຫ້ຂ້າພະເຈົ້າດ້ວຍເຖີດ ແລະ ຊ່ວຍເປີດທາງໃນການດຳເນີນຊີວິດຂອງຂ້າພະເຈົ້າຮັ່ງມີ ຫມັ້ນຄົງ ທຳການງານ ຄ້າຂາຍຈະເລີນຮຸ່ງເຮືອງ ເຮັດສິ່ງໃດກະຂໍໃຫະປະສົບຜົນສຳເລັດທຸກດ້ານ ແລະ

ຂໍໃຫ້ມີແຕ່ໂຊກມີແຕ່ລາບເຂ້າມາໃນຊີວິດຂ້າພະເຈົ້າ ແລະຄອບຄົວຂອງຂ້າພະເຈົ້າ ແລະຂໍໃຫ້ລູກມີອຳນາດບຸນວາດສະຫນາ ບາລະມີ ມີແຕ່ຄົນເກງໃຈ ໃຫ້ກຽດ ໄປຢູ່ໃສ ກະຂໍໃຫ້ເປັນທີ່ຮັກຂອງຜູ້ຄົນທັງຫລາຍສັດຕູທີ່ຄິດຮ້າຍ ຂໍໃຫ້ແພ້ໄພຕົວເອງໃຜທີ່ຄິດບໍ່ດີ ຂໍໃຫ້ສິ່ງນັ້ນຍ້ອນກັບໄປຫາເຈົ້າຂອງເອງ ສາທຸສາທຸ

ຈາກ: Seng Svsv

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.