ຄົນເກີດວັນອາທິດ:ການງານ ການເຮັດທຸລະກິດຄ້າຂາຍຂະໜົມຈະໄດ້ຮັບຄວາມປະສົບຜົນສຳເລັດ ການເງິນຖ້າຢາກໄດ້ເງິນເກັບເພີ່ມ ຕ້ອງຫາຊ່ອງທາງໃນການລົງທຶນເພີ່ມ
ຄວາມຮັກຈະໄດ້ພົບຮັກແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນຫີນນໍາໂຊກສີຂາວ ສີມຸງຄຸນສີຟ້າ ເລກນຳໂຊກ3
ຄົນເກີດວັນຈັນ:ການງານການເຈລະຈາທາງດ້ານການງານເປັນໄປຕາມທີ່ຄາດຫວັງ ການເງິນຈະພົບຜູ້ໃຫຍ່ໃຫ້ຄວາມອຸປະຖຳ ແລະ ຊ່ວຍເຫຼືອ ຄວາມຮັກໄດ້ພົບຮັກກັບຄົນໃກ້ໂຕ ເຄື່ອງມຸງຄຸນຫີນນໍາໂຊກສີເຫຼືອງ ສີມຸງຄຸນສີສົ້ມ ເລກນຳໂຊກ9
ຄົນເກີດວັນອັງຄານ:ການງານແຜນວຽກງານທີ່ຄິດເອົາໄວ້ຈະໄດ້ຮັບຄວາມປະສົບຜົນສຳເລັດ ການເງິນຄວາມສາມາດພິເສດສະເພາະຕົວຈະນຳພາລາຍໄດ້ເສີມເຂົ້າມາ ຄວາມຮັກຈະໄດ້ພົບແຕ່ເລື່ອງລາວດີໆ ກັບຊີວິດໃນຄວາມຮັກ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ6
ຄົນເກີດວັນພຸດ:ການງານຈະມີໂອກາດໄດ້ເດີນທາງໄກ ເພື່ອຕິດຕໍ່ເຈລະຈາວຽກງານ ການເງິນຈະໄດ້ຮັບໂຊກແບບບໍ່ທັນຕັ້ງໂຕ ຄວາມຮັກອາດຈະຕົກຢູ່ໃນສະຖານະທີ່ບໍ່ຊັດເຈນກັບຄົນທີ່ທ່ານຮັກ ເຄື່ອງມຸງຄຸນແຫວນເງິນ ສີມຸງຄຸນສີຂາວ ເລກນຳໂຊກ1
ຄົນເກີດວັນພະຫັດ:ການງານຄວາມດຸໝັ່ນທີ່ທ່ານມີ ຈະພາມາເຊິິ່ງຊື່ສຽງ ການເງິນລາຍຈ່າຍອາດຈະຫຼາຍເປັນພິເສດ ຈົ່ງບໍລິຫານການໃຊ້ຈ່າຍໃຫ້ດີໆ ຄວາມຮັກລະວັງຄວາມເຂົ້າ່ໃຈຜິດກັນ ອາດຈະນຳພາໄປສູ່ຄວາມຫ່າງເຫີນ ເຄື່ອງມຸງຄຸນສາຍຄໍເພັດ ສີມຸງຄຸນສີຂາວ ເລກນຳໂຊກ7
ຄົນເກີດວັນສຸກ:ການງານລະວັງຄວາມສ່ຽງຈາກການລົງທຶນໃນທຸລະກິດ ການເງິນພອນສະຫວັນທີ່ທ່ານມີຈະຊ່ວຍໃຫ້ທ່ານໄດ້ລາຍໄດ້ເພີ່ມ ຄວາມຮັກຈະສຸກສົມຫວັງກັບຄວາມທີ່ທ່ານໄຝ່ຝັນ ເຄື່ອງມຸງຄຸນຫິນນຳໂຊກສີຂຽວ ສີມຸງຄຸນສີຂຽວ ເລກນຳໂຊກ8
ຄົນເກີດວັນເສົາ:ການງານຈະພົບຊ່ອງທາງໃນການເຮັດທຸລະກິດໃໝ່ ການເງິນຈະໄດ້ຮັບໂຊກທີ່ດີທາງການເງິນ ຄວາມຮັກຈະມີຄົນທີ່ອາຍຸນ້ອຍກວ່າ ເຂົ້າມາຂໍສ້າງຄວາມສຳພັນເຄື່ອງມຸງຄຸນຫີນນໍາໂຊກສີເຫຼືອງ ສີມຸງຄຸນສີຄຣີມ ເລກນຳໂຊກ5