ແຂວງສະຫວັນນະເຂດພົບຂໍ້ມູນຫຼັກຖານໃໝ່ຢູ່ ໂຄງສ້າງອາຄານ ເມືອງເກົ່າໃນສະໄໝບູຮານ ຄາດວ່າຈະມີອາຍຸກວ່າ 2.000 ປີ

0
95

ທ່ານ ບຸນເລິງ ອິນທິສັກ ຮອງຫົວໜ້າຂະແໜງວັດທະນະ ທຳແຂວງສະຫວັນນະເຂດ ທີ່ເຂົ້າ ຮ່ວມໃນການສຳຫຼວດຂຸດຄົ້ນ ຮ່ວມກັບກົມມໍລະດົກກະຊວງ ຖວທ ແລະຊ່ຽວຊານ

ຈາກສະຖາ ບັນຝຣັ່ງ ແຫ່ງພາກຕາເວັນອອກ ໄກ ໃຫ້ຮູ້ວ່າ: ແຫຼ່ງບູຮານວິທະຍາ ໜອງເຮືອທອງ ເຊິ່ງກ່ອນໜ້ານີ້ຄື ໃນປີ 2008 ປະຊາຊົນໄດ້ຂຸດຄົ້ນ ພົບວັດຖຸມີຄ່າຫຼາຍ

ລາຍການ, ປະ ຈຸບັນແຂວງສະຫວັນນະເຂດເປັນ ຜູ້ເກັບຮັກສາໄວ້, ຈາກການສໍາ ຫຼວດເກັບກຳຂໍ້ມູນໃນເບື້ອງຕົ້ນ ບໍລິເວນນີ້ຄາດວ່າຈະເປັນຕົວ ເມືອງເກົ່າໃນສະໄໝບູຮານ ດັ່ງນັ້ນທາງກະຊວງ ຖວທ ຮ່ວມ ກັບສະຖາບັນຝຣັ່ງແຫ່ງພາກ ຕາເວັນອອກໄກຈຶ່ງໄດ້ລົງເກັບ ກຳຂໍ້ມູນຄືນໃໝ່ ແລະສໍາຫຼວດ ຂຸດຄົ້ນບາງຈຸດຕາມບໍລິເວນທີ່ ຄາດວ່າຈະແມ່ນ

ຄູເມືອງ ແລະຈຸດ ທີ່ພົບວັດຖຸມີຄ່າກ່ອນໜ້ານີ້ ໂດຍ ການສຳຫຼວດເລີ່ມແຕ່ວັນທີ 1 ກຸມ ພາ 2023 ເປັນຕົ້ນມາ ແລະຮອດປະຈຸບັນໄດ້ຂຸດເພື່ອສໍາຫຼວດເບິ່ງ ຊັ້ນດິນທັງໝົດ

13 ຈຸດ, ມີບາງຈຸດ ໄດ້ພົບຫຼັກຖານທີ່ຈະນຳໄປສູ່ການກຳນົດອາຍຸຂອງສະຖານທີ່ ແລະທີ່ເດັ່ນກວ່າໝູ່ແມ່ນບໍລິເວນດອນສິມ ໄດ້ພົບດິນຈີ່ເກົ່າແກ່ໂຄງສ້າງອາຄານ ຄາດວ່າຈະມີອາຍຸກວ່າ 2.000 ປີ ແຕ່ການສໍາຫຼວດນີ້ ຈະດຳເນີນໄປຮອດວັນທີ 2 ມີນາ 2023 ຈຶ່ງຈະໄດ້ຢຸດຕິ.

ໃນວັນທີ 10 ກຸມພາຜ່ານມາ ທ່ານ ໂພສີສ້ອຍ ກຸທິລາດ ກຳ ມະການພັກແຂວງ ຫົວໜ້າພະ ແນກ ຖວທ ແຂວງສະ ຫວັນນະເຂດ ລົງຕິດຕາມຊຸກຍູ້ການເກັບກຳຂໍ້ ມູນ ແລະຂຸດຄົ້ນທາງ ດ້ານບູຮານ ວິທະຍາ ທີ່ແຫຼ່ງບູຮານວິທະຍາ ບ້ານໜອງເຮືອທອງ ເມືອງໄຊບູລີ, ໂດຍມີທ່ານ ສຸລິວົງ ສີວໍລະວົງ ກຳມະການປະຈຳພັກເມືອງຮອງ ເຈົ້າເມືອງໄຊບູລີ ຮ່ວມພາທາງ.

ຂໍ້ມູນ:ສະຫວັນນະເຂດ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.