ປຶກສາຫາລືກະກຽມການເປີດນໍາໃຊ້ທາງລົດໄຟລາວ-ຈີນ ຈາກ ວຽງຈັນ-ຄຸນມິງ-ວຽງຈັນ

0
65

ວັນທີ 15 ກຸມພາ 2023 ຜ່ານມາ ທີ່ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຫວັງ ເຫວີຍ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານ ຫວັງ ເຫວີຍ ໄດ້ລາຍງານຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບຄັ້ງນີ້ແມ່ນເພື່ອກະກຽມໃຫ້ແກ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ເລຂາພັກແຂວງຢຸນນານໃນທ້າຍເດືອນມີນາທີ່ຈະມາເຖິງນີ້. ລວມທັງເປັນການກະກຽມໃຫ້ແກ່ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ຈາກ ວຽງຈັນ-ຄຸນມິງ-ວຽງຈັນ.

ນອກນີ້, ທັງສອງຝ່າຍນອກຈາກໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນໃນຫລາຍບັນຫາແລ້ວ, ກໍຍັງໄດ້ລົງເລິກການຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດຂອງແຂວງມາລົງທຶນ ຢູ່ ສປປ ລາວ ແລະ ພົ້ນເດັ່ນກໍແມ່ນການລົງທຶນກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ, ເຂດເສດຖະກິດກວມລວມໄຊເສດຖາ, ການລົງທຶນດ້ານກະສິກໍາຂອງແຂວງຢຸນນານ ຢູ່ ສປປ

ລາວ ລວມທັງເຂດເສດຖະກິດ ບໍ່ເຕ່ນ-ບໍ່ຫານ ແລະ ອື່ນໆ. ພ້ອມນັ້ນ, ຍັງໄດ້ໃຫ້ການຊ່ວຍເຫລືອທາງດ້ານການສ້າງບຸກຄະລາກອນໃຫ້ແກ່ ສປປ ລາວ ໂດຍໄດ້ສືບຕໍ່ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາລາວ ໄດ້ມີໂອກາດໄປສຶກສາຢູ່ແຂວງຢຸນນານ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນການພັດທະນາ

ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະແຂວງພາກເໜືອຂອງ ສປປ ລາວ ກັບແຂວງຢຸນນານ ສປ ຈີນ ແມ່ນມີຜົນສໍາເລັດຢ່າງໜ້າເພິ່ງພໍໃຈ ແລະ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.