ແຂວງຫຼວງພະບາງ ກວດພົບສານເຄມີຟໍມາລິນ (ຢາດອງຊາກສົບ) ໃນອາຫານທະເລສົດບາງປະເພດ

0
56

ວັນທີ 17 ກຸມພາ 2023 ທາງທີມງານອາຫານ ແລະ ຢາ ແຂວງ ຫຼວງພະບາງ ໄດ້ລົງຕິດຕາມຊຸກຍູ້ຜູ້ປະກອບການຊາວຄ້າຂາຍຕາມຕະຫຼາດໃນເທສະບານແຂວງ ເພື່ອກັດ

ກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບທຸກຮູບແບບ, ການຂາຍ ແລະ ສະໜອງອາຫານໃຫ້ແກ່ສັງຄົມບໍ່ມີຄວາມປອດໄພ, ບໍ່ໄດ້ມາດຕະຖານ, ເຈືອປົນ, ປົນເປື້ອນສານເຄມີ ຫຼື ໝົດອາຍຸການບໍລິໂພກ. ແຕ່ສາມາດກວດພົບສານເຄມາຟໍມາລິນ (ນໍ້າຢາດອງຊາກສົບ) ທີ່ປົນເປື້ອນຢູ່ໃນອາຫານທະເລສົດບາງປະເພດ.

ການກິນອາຫານທີ່ມີສ່ວນປະສົມຂອງສານເຄມີຟໍມາລິນ ຈະສົ່ງຜົນເສຍຕໍ່ຮ່າງກາຍ ແມ່ນຂຶ້ນກັບປະລິມານຂອງມັນ ເຊິ່ງເມື່ອເຮົາສູດດົມເອົາກໍຈະມີອາການແສບຄໍ ມີອາການຜິດປົກກະຕິຕໍ່ລະບົບທາງເດີນຫາຍໃຈ ບາງຄົນເມື່ອກິນເຂົ້າໄປຈົນຫາກ ເສຍເລືອດຫຼາຍເຖິງຂັ້ນເສຍຊີວິດ ເພາະທໍ່ອາຫານເກີດການໄໝ້ຈາກສານເຄມີຟໍມາລິນທີ່ເປັນກົດ.

ດັ່ງນັ້ນ ຈຶ່ງມາເຕືອນໃຫ້ພໍ່ ແມ່ ປະຊາຊົນ ໃຫ້ເລືອກຊື້ອາຫານທີ່ໄດ້ຄຸນະພາບ ແລະ ບໍ່ເລືອກກິນອາຫານທະເລທີ່ແຊ່ສານເຄມີຟໍມາລິນ.


ແຂວງຫຼວງພະບາງ ກວດພົບສານເຄມີຟໍມາລິນ (ຢາດອງຊາກສົບ) ໃນອາຫານທະເລສົດບາງປະເພດ


ແຂວງຫຼວງພະບາງ ກວດພົບສານເຄມີຟໍມາລິນ (ຢາດອງຊາກສົບ) ໃນອາຫານທະເລສົດບາງປະເພດ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.