ປັບຂຶ້ນລາຄານ້ຳກ້ອນຈາກເປົາ 12.000 ກີບ ມາເປັນ 15.000 ກີບ ເນື່ອງຈາກໄຟຟ້າລາວ ປັບໂຄງສ້າງຂຶ້ນລາຄາໄຟໃໝ່

0
57

ວັນທີ 20 ກຸມພາ 2023 ນີ້, ສະມາຄົມນ້ຳກ້ອນນະຄອນຫລວງວຽງຈັນ, ໄດ້ອອກແຈ້ງການໃຫ້ຜູ້ບໍລິໂພກ ແລະ ຜູ້ຕິດພັນກັບການນໍາໃຊ້ນໍ້າກ້ອນເຂົ້າໃນການຄ້າຂາຍຊາບທົ່ວເຖິງວ່າ: ທາງກຸ່ມນໍ້າກ້ອນຈະໄດ້ປັບລາຄານໍ້າກ້ອນຂຶ້ນຈາກ 1 ເປົາ=20kg/12.000 ກີບ ມາເປັນ 1 ເປົາ=20kg/15.000 ກີບ, ເນື່ອງຈາກວ່າທາງລັດວິສະຫະກິດໄຟຟ້າ

ລາວ ໄດ້ມີການປັບໂຄງສ້າງລາຄາໄຟໃໝ່ອີກເທົ່າໂຕ ຫລື ເທົ່າກັບ 100% ໃນທ້າຍປີ 2023. ເມື່ອທຽບໃສ່ລາຄາໄຟເດືອນກຸມພາຄືນຫລັງສໍາລັບການນໍາໃຊ້ໄຟພາກອຸດສະຫະກໍາໄຟຟ້າລາວຈະຈັດຕັ້ງປະຕິບັດບິນຄ່າໄຟເດືອນມີນາ 2023 ເປັນຕົ້ນໄປ. ນອກນີ້, ຍັງຕິດພັນກັບອັດຕາເງິນເຟີ້ເງິນກີບອ່ອນຄ່າເມື່ອທຽບໃສ່ອັດຕາແລກປ່ຽນເງິນຕາຕ່າງປະເທດ ເຊິ່ງເປັນສາເຫດຫລັກເຮັດໃຫ້ທາງກຸ່ມຜູ້ຜະລິດນໍ້າກ້ອນໄດ້ຮັບຜົນກະທົບເພີ່ມຕົ້ນທຶນໃນການຜະລິດຂຶ້ນເທົ່າໂຕ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນທີ່ຕິດພັນກັບການນໍາໃຊ້ນ້ໍາກ້ອນໄດ້ຮັບຊາບ ແລະ ເຂົ້າໃຈນໍາຄວາມຈໍາເປັນໃນການປັບຂຶ້ນລາຄາໃນຄັ້ງນີ້ດ້ວຍ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.