ສະໄໝນີ້ພໍ່ແມ່ສ່ວນຫຼາຍມັກໃຊ້ໂທລະສັບລ້ຽງລູກຍ້ອນສ່ວນຫຼາຍພໍ່ແມ່ບໍ່ມີເວລາໃຫ້ ຫຼື ຕັດບັນຫາກໍ່ຄືບໍ່ຢາກໃຫ້ລູກຂັດ ກໍ່ເລີຍເອົາໂທລະສັບໃຫ້ລູກຫຼິ້ນເພື່ອແກ້ໄຂບັນຫາລູກຂັດລູກແອ່ວ ແຕ່ຮູ້ຫຼືບໍ່ວ່າການທີ່ເອົາໃຫ້ລູກຫຼິ້ນນັ້ນມັນຈະເຮັດໃຫ້ເດັກກາຍເປັນເດັນນ້ອຍທີ່ສະມາທິສັ້ນ ຫຼື ບໍ່ມີຄວາມອົດທົນນັ້ນເອງ ເພາະເມື່ອເຂົາມີໂທລະສັບແລ້ວເຂົາຈະບໍ່ສົນ
ນຳຫັຍງ ນອກຈາກຈະຫຼິ້ນໂທລະສັບຢ່າງດຽວບາງຄົນຈົນບໍ່ກິນຮອດເຂົ້າ ເຊິ່ງມັນມີຜົນເສຍຫຼາຍກວ່າຜົນດີອີກ ດັ່ງຕົວຢ່າງຄືເລື້ອງນີ້ ເດັກນ້ອຍໃຈຮ້າຍທີ່ພໍ່ຍຶດໂທລະສັບ ເພາະຫຼິ້ນເກມຫຼາຍເກີນໄປ ເລີຍຈັບມີດອີໂຕ້ຂູ່ແທງພໍ່ຕົວເອງ.ໃນວັນທີ 10 ກຸມພາ 2023 ສຳນັກຂ່າວຈີນ ໄດ້ເຜີຍແພ່ວິດີໂອ ທີ່ມີຜູ້ເຂົ້າເບິ່ງ 7 ລ້ານເທື່ອ ໂດຍເຫດການໄດ້ເກີດຂຶ້ນທີ່ກວ່າງຊີຈ້ວງ ຢູ່ພາກໃຕ້ຂອງຈີນ ພາຍໃນວິດີໂອ ສະແດງໃຫ້ເຫັນວ່າ ເດັກຊາຍປະຖົມຄົນໜຶ່ງຈັບມີດອີໂຕ້ຂູ່ ແກວ່ງມີດໃສ່ພໍ່ຕົວ
ເອງ ແລ້ວຮ້ອງວ່າ “ເອົາໂທລະສັບຄືນມາ” ເພາະພໍ່ຂອງລາວຍຶດໂທລະສັບບໍ່ໃຫ້ຫຼິ້ນເກມ ໃນຊ່ວງສຸດທ້າຍຂອງວິດີໂອ ພໍ່ຕັດສິນໃຈຈັບມີດອອກຈາກມືລູກຊາຍໄດ້ທັນ ແລະ ບໍ່ມີໃຜໄດ້ຮັບບາດເຈັບ.
ທາງດ້ານຄົນທີ່ຢູ່ໃກ້ບ້ານຖ່າຍວິດີໂອນັ້ນ ບອກວ່າ ປົກກະຕິແລ້ວພໍ່ຈະຕາມໃຈລູກຊາຍຕະຫຼອດ ແຕ່ບໍ່ໝັ້ນໃຈຄືກັນວ່າເປັນຫຍັງມື້ນັ້ນຄືຕັດສິນໃຈຍຶດໂທລະສັບລູກ.ສະນັ້ນຮັກລູກຢ່າປ່ອຍລູກໄວ້ກັບໂທລະສັບ ຄວນຫາກິດຈະກຳຢ່າງອື່ນໃຫ້ລູກຫຼິ້ນຫຼາຍກວ່າທີ່ຕ້ອງມາລ້ຽງລູກດ້ວຍໂທລະສັບແບບນີ້