ເຈົ້າໜ້າທີ່ຕຳຫຼວດພົບສາກແມວ 2.000 ໂຕ ທີ່ຖືກຂ້າກຽມນຳໄປປຸງຢາແຜນບູຮານ

0
52

ໃນວັນທີ 16 ກຸມພາ 2023 ສື່ຫວຽດນາມລາຍງານວ່າ ທີມຕຳຫຼວດເຂົ້າໄປກວດໂຮງຂ້າສັດແຫ່ງໜຶ່ງໃນເມືອງດົ່ງທາບ ຊຶ່ງຢູ່ໃນດິນດອນສາມຫຼ່ຽມປາກແມ່ນ້ຳຂອງພົບວ່າພາຍໃນເຕັມໄປດ້ວຍຊາກແມວບໍ່ຕ່ຳກວ່າ 2000 ໂຕ ຄາດວ່າຈະນຳມາໃຊ້ເປັນວັດຖຸດິບໃນການປຸງແຕ່ງຢາແຜນຕຳລັບບູຮານຕາມຄວາມເຊື່ອພື້ນບ້ານຝ່າຍຕຳຫຼວດສັນນິຖານ

ວ່າຊາກແມວເຫຼົ່ານີ້ຖືກຈັດຕຽມໄວ້ເພື່ອສົ່ງໄປທາງພາກເໜືອຂອງຫວຽດນາມເນື່ອງຈາກວ່າມີການເກັບໄວ້ໃນຫ້ອງເຢັນ ແລະ ເຈົ້າໜ້າທີ່ຍັງພົບສັດອື່ນໆ ທີ່ຍັງມີຊີວິດຢູ່ອີກ 480 ໂຕໃນໂຮງຂ້າດັ່ງກ່າວແມ່ນວ່າການກິນແມວຢູ່ຫວຽດນາມຈະຖືກກົດໝາຍແຕ່ໂຮງຂ້າສັດດັ່ງກ່າວບໍ່ມີໃບອະນຸຍາດຂ້າສັດແລະເອກະສານ ຊຶ່ງຈະຕ້ອງລະບຸລາຍລະອຽດທີ່ສາມາດ

ກວດສອບຍ້ອນໄປເຖິງແຫຼ່ງທີ່ມາຂອງສັດໄດ້ ຢ່າງໃດກໍ່ຕາມຂະນະນີ້ຍັງບໍ່ມີການຈັບກຸມຜູ້ຕ້ອງສົງໃສໃດໆ ໃນກໍລະນີນີ້ຕາມຂໍ້ມູນຂອງອົງກອນພິທັກສັດລ້ຽງນານາຊາດໄດ້ລະບຸວ່າ ແຕ່ລະປີໃນຫວຽດນາມຈະມີການຂ້າແມວຮ່ວມລ້ານໂຕເພື່ອການຊື້ຂາຍຢ່າງຜິດກົດໝາຍ ໂດຍມີເຫດຫຼັກມາຈາກອຸດສະຫະກຳຍາແຜນບູຮານເນື່ອງຈາກມີຊາວຫວຽດນາມຫຼາຍຄົນເຊື່ອວ່າຊິ້ນສ່ວນທີ່ສະກັດຈາກກະດູກແມວຊ່ວຍຮັກສາໂລກເຊັ່ນ: ໂລກຫອບຫືດ ແລະໂລກກະດູກພ່ອຍໄດ້

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.