ສາມາດເອີ້ນວ່າສື່ສັງຄົມໃນຫວຽດນາມ ແຫ່ເປີດເຜີຍຮູບພາບ pre-wedding ຂອງເຈົ້າສາວຜູ້ເຖົ້າ ແລະເຈົ້າບ່າວໜຸ່ມ ເຮັດໃຫ້ຫຼາຍຄົນຄິດວ່າເປັນຄູ່ແຕ່ງງານທີ່ແຕກຕ່າງກັນຫຼືບໍ່ ເພາະເຈົ້າບ່າວ 25 ປີ, ແລະເຈົ້າສາວຊື່ວ່າ ຫງວຽນທິມານ,ທີ່ມີອາຍຸ 68 ປີ.
ເຊິ່ງໃນຄວາມເປັນຈິງນັ້ນ ທັງສອງເປັນແມ່ຕູ້ກັບຫຼານຊາຍ ໂດຍທີ່ຫຼານຢາກໃຫ້ແມ່ຕູ້ໄດ້ມີໂອກາດຖ່າຍຮູບທີ່ໃສ່ຊຸດແຕ່ງງານຈັກຄັ້ງໜຶ່ງໃນຊີວິດເນື່ອງຈາກວ່າສະໄໝກ່ອນ ແມ່ຕູ້ບໍ່ມີໂອກາດທີ່ຈະໄດ້ໃສ່ຊຸດແລະແຕ່ງໜ້າງາມໆເລີຍ ຈຶ່ງເກີດມີການຖ່າຍຮູບຄັ້ງນີ້ຂື້ນມາເປັນຮູບຄູ່ຜົວເມຍໄດ້ຈັບມືກັນແລະຍິ້ມໃຫ້ສົດໃສ.ຜູ້ຊາຍໃນຮູບນີ້ມີຊື່ວ່າ ຫງວຽນ
ແທ່ງນີ, ອາຍຸ 25 ປີ Meesak ແມ່ນແມ່ຕູ້ຂອງ ຫງວຽນແທ່ງນິງ, ດ້ວຍເຫດຜົນທີ່ໄດ້ຖ່າຍຮູບ pre-wedding ຄືດັ່ງນີ້. ເພາະຂ້ອຍຕ້ອງການໃຫ້ແມ່ຕູ້ມີຄວາມຊົງຈໍາທີ່ດີໃນອາຍຸຂອງລາວ.ລາວໄດ້ຮຽນຮູ້ວ່າເມື່ອແມ່ຕູ້ແຕ່ງງານ ລາວບໍ່ມີ ຮອດເງິນພໍທີ່ຈະຊື້ຊຸດແຕ່ງງານແລະພໍ່ຕູ້ກໍ່ເສຍໄປແລ້ວໃນຖານະຫຼານກໍ່ຢາກເຮັດໜ້າທີ່ແທນພໍ່ຕູ້.ເມື່ອມີໂອກາດໄດ້ເຂົ້າຮ້ານເຊົ່າຊຸດແຕ່ງງານ ລາວມີຄວາມຄິດທີ່ຈະມີ
ຢາກປ່ຽນເປັນເຈົ້າສາວຈັກຄັ້ງໜຶ່ງໃນຊີວິດ.ແລະແມ່ຕູ້ກໍ່ຕົກລົງຖ່າຍທັນທີຈົນກາຍເປັນພາບທີ່ປະທັບໃຈທີ່ສຸດທີ່ຫຼາຍຄົນໄດ້ເຫັນກັນເພື່ອສ້າງຄວາມປະທັບໃຈໃຫ້ແມ່ຕູ້ ແລະເອົາໄວ້ເປັນທີ່ລະນຶກ
ເຫັນ
ກາຍເປັນກະແສ ເຈົ້າສາວ 68 ປີ ກັບເຈົ້າບ່າວ 25 ປີ ເຜີຍເບື້ອງຫຼັງຊວນຍິ້ມກັບໂອກາດທີ່ເຄີຍສູນເສຍໄປ
ກາຍເປັນກະແສ ເຈົ້າສາວ 68 ປີ ກັບເຈົ້າບ່າວ 25 ປີ ເຜີຍເບື້ອງຫຼັງຊວນຍິ້ມກັບໂອກາດທີ່ເຄີຍສູນເສຍໄປ