ໃນວັນທີ 15 ກຸມພາ 2023 ນີ້, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເຕີຍ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີລົດລາກ 22 ລໍ້ບັນທຸກລົດຈົກ 02 ຄັນມາແຕ່ແຂວງບໍ່ແກ້ວແລ່ນມາຕາມເສັ້ນທາງເມືອງຫຼວງນ້ຳທາ-ເມືອງນາໝໍ້ ແຂວງອຸດົມໄຊ.
ເຈົ້າໜ້າທີ່ພາສີພະແນກ ພສປ, ຈຶ່ງໄດ້ອອກຕິດຕາມ ແລະ ກວດກາ, ຜ່ານການກວດກາເຫັນວ່າ: ບໍ່ມີເອກະອະນຸຍາດນຳເຂົ້າ, ເປັນລົດນໍາໃຊ້ບໍ່ຖືກເປົ້າໝາຍ, ບໍ່ມີ
ເອກະສານເສຍພາສີ-ອາກອນ ແລະ ພັນທະອື່ນໆ. ດັ່ງນັ້ນ,ຈຶ່ງໄດ້ນໍາເອົາລົດທັງ 2 ຄັນມາມອບໃຫ້ພາສີປະຈຳແຂວງຫຼວງນໍ້າທາ, ເພື່ອດຳເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.
ສ່ວນໃນວັນທີ 18 ກຸມພາ 2023 ຜ່ານມານີ້, ເຈົ້າຫນ້າທີ່ພາສີພະແນກສືບ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເຕີຍ ,
ໄດ້ສົມທົບກັບເຈົ້າໜ້າທີ່ປະຈຳດ່ານພາສີສາກົນບໍ່ເຕັນ, ຕິດຕາມ ແລະ ກວດກາຕາມແຫຼ່ງຂ່າວລາຍງານວ່າ: ມີລົດຈິບຍີ່ຫໍ້ BENZ ສີດຳ ແລະ ລົດກັງຍີ່ຫໍ້ CAMRY ສີດຳ (ບໍ່ຕິດປ້າຍທະບຽນ) ຈອດຢູ່ໃນເຂດເສດຖະກິດພິເສດບໍ່ເຕັນແດນງາມ.
ຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດລັກລອບນຳເຂົ້າແບບບໍ່ຖືກຕ້ອງ, ບໍ່ມີເອກະອະນຸຍາດນຳເຂົ້າເສຍພາສີ-ອາກອນ. ດັ່ງນັ້ນ, ຈຶ່ງໄດ້ນຳລົດທັງ 2 ຄັນມາມອບໃຫ້ພາສີປະຈຳແຂວງຫຼວງນໍ້າທາດໍາເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.