ຊາຍກິນຢູ່ກັບຕຸກກະຕາຢາງ ຫຼັງຈາກທີ່ເລີກກັບພັນລະຍາມາ 4 ປີແລ້ວ ບອກປະຢັດ ບໍ່ຕ້ອງຊື້ກິນ ເບື່ອກໍປ່ຽນເສື້ອຜ້າແຕ່ງໂຕໃຫ້ໃໝ່

0
102

ຊາຍ ກິນຢູ່ກັບ “ຕຸກກະຕາຢາງ” ຫຼັງຈາກທີ່ເລີກກັບພັນລະຍາມາ 4 ປີແລ້ວ ຜູ້ກ່ຽວບອກວ່າ ປະຢັດ ບໍ່ຕ້ອງຊື້ກິນ ເບື່ອກໍປ່ຽນເສື້ອຜ້າ ແຕ່ງໂຕໃຫ້ຄືໃໝ່.

ວັນທີ 20 ກຸມພາ 2023 ທາງດ້ານສື່ຂ່າວ ພົບທ້າວ ຄິມ ອາຍຸ 54 ປີ ສັນຊາດໄທ ທີ່ໄດ້ເລີກກັບພັນລະຍາ ແລະ ຢູ່ກິນກັບຕຸກກະຕາຢາງມາຫຼາຍກວ່າ 4 ປີ ທີ່ຊື້ມາຈາກຮ້ານຂາຍເຄື່ອງມືສອງຂອງຍີ່ປຸ່ນ ໂດຍຕຸກກະຕາຢາງມີລັກສະນະສູງ 160 ຊັງຕີແມັດ ນ້ຳໜັກ 70 ກິໂລ ລາຄາປະມານ 15 ກວ່າລ້ານກີບ.

ໂດຍກ່ອນໜ້ານີ້ ຕົນຍັງມີພັນລະຍາຢູ່ ແຕ່ລາວໄປຫາສາມີໃໝ່ ຫຼັງຈາກນັ້ນຕົນຈຶ່ງພົບກັບຕຸກກະຕາຢາງ ເຫັນຄັ້ງທຳອິດກໍຮູ້ສຶກຖືກໃຈ ແລະ ຕັ້ງຊື່ຕຸກກະຕາຢາງວ່າ “ເພງ” ພ້ອມກັບບອກວ່າພໍໃຈກັບຕຸກກະຕາຢາງ ເພາະວ່າບໍ່ຕ້ອງໄປຊື້ບໍລິການ ທີ່ຕ້ອງຈ່າຍຫຼາຍເທື່ອ ແລະ ຢ້ານວ່າຖ້າມີພັນລະຍາໃໝ່ກໍຈະມີບັນຫາກັບລູກຂອງຕົນ.

ນອກນີ້ ຍັງຫຼຸດບັນຫາທາງສັງຄົມ ການຂົ່ມຂືນ ໂຣກຕິດຕໍ່ທາງເພດສຳພັນ ແລະ ໃນຍາມເບື່ອກໍປ່ຽນເສື້ອຜ້າ ປ່ຽນສົງຜົມ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.