ການໃຊ້ແບບພິມ ໃບເສຍຄ່າທຳນຽມທາງ ແບບໃໝ່ ເພື່ອຮັບປະກັນການຈັດຕັ້ງປະຕິບັດການເກັບລາຍຮັບຄ່າທໍານຽມທາງ ປະຈໍາປີ 2023ໃຫ້ຖືກຕ້ອງ, ສອດຄ່ອງ, ມີຄວາມໂປງໃສ, ສາມາດກວດສອບໄດ້ ແລະໄດ້ຮັບປະສິດທິຜົນສູງ.ຫ້ອງການ ກະຊວງການເງິນ ອອກແຈ້ງການ ດັ່ງນີ້:
1. ປະຈຸບັນ ກະຊວງການເງິນໄດ້ມີການພັດທະນາ ລະບົບຄຸ້ມຄອງເກັບລາຍຮັບຄ່າທໍານຽມທາງ ແບບເອເລັກໂຕຣນິກ ເຊິ່ງໄດ້ມີການປັບປຸງແບບພິມ ໃບເສຍຄ່າທໍານຽມທາງ ໂດຍມີ 02 ຮູບແບບຄື:
ແບບເອເລັກໂຕຣນິກ (E-Sticker) ແລະ ແບບແຜ່ນເຈ້ຍ (Sticker) ເຊິ່ງ 02 ຮູບແບບດັ່ງກ່າວແມ່ນສາມາດຢັ້ງຢືນທາງດ້ານກົດຫມາຍຄືກັນ;
2. ກໍລະນີຊໍາລະຄ່າທໍານຽມທາງ ຜ່ານລະບົບແອັບພິເຄຊັນຂອງທະນາຄານ, ລະບົບຈະອອກໃບເສຍຄ່າທໍານຽມທາງ ແບບເອເລັກໂຕຣນິກ (E-Sticker) ໃນທັນທີ, ເຊິ່ງຜູ້ເສຍຄ່າທໍານຽມທາງສາມາດນໍາໃຊ້ ເພື່ອຢັ້ງຢືນຕໍ່ເຈົ້າຫນ້າທີ່ ກ່ຽວຂ້ອງ,
ຖ້າ ຕ້ອງການ ໃບເສຍຄ່າທໍານຽມທາງ ແບບແຜ່ນເຈ້ຍ (Sticker) ໃຫ້ເຂົ້າໄປພົວພັນນໍາປ່ອງບໍລິການ ຂອງບັນດາທະນາຄານທີ່ເຂົ້າຮ່ວມໂຄງການ ຫຼື ຫ້ອງການສ່ວຍສາອາກອນ;
3. ຮູບແບບຂອງໃບເສຍຄ່າທໍານຽມທາງ ແບບໃຫມ່ ມີດັ່ງນີ້:ຄວາມຫມາຍຕ່າງໆຂອງແບບພິມ ໃບເສຍຄ່າທໍານຽມທາງ ມີດັ່ງລຸ່ມນີ້:1. ຂະຫນາດຂອງໃບເສຍຄ່າທໍານຽມທາງແມ່ນ 9cm x 4.5cm
2. ກາເຄື່ອງຫມາຍອາກອນຈະຖືກພິມໃນຮູບແບບສະທ້ອນແສງເຫຼື້ອມ 3. ຊື່ຂອງກະຊວງທີ່ລະບຸວ່າ: “ກະຊວງການເງິນ”, ”ກົມສ່ວຍສາອາກອນ”, ແລະ ”ໃບເສຍຄ່າທໍານຽມທາງປະຈໍາປີ” ທີ່ເປັນໂຕຫນັງສືສີຂຽວ
4. ເສັ້ນລາຍນໍ້າທີ່ໃຊ້ໄວ້ປ້ອງກັນການປອມແປງ . 5. ເສັ້ນແບ່ງລາຍນໍ້າທີ່ມີໂຕອັກສອນ MOF . 6. ຂໍ້ມູນທະບຽນລົດ ພ້ອມດ້ວຍປະເພດປ້າຍ 7. ຂໍ້ມູນປະເພດລົດນໍາໃຊ້
8. ຮູບຂອງປະເພດລົດນໍາໃຊ້ ແລະ ແຮງຈັກ . 9. ປີຂອງການຊໍາລະ ແລະ ນໍາໃຊ້ Sticker . 10. QRCode ເພື່ອໃຊ້ໄວ້ກວດສອບແບບ Online . 11. ຂໍ້ມູນວັນທີຊໍາລະເງິນ . 12. ຈໍານວນເງິນທີ່ຊໍາລະ
13. ເລກທີ່ Barcode ທີ່ໄດ້ຮັບຈາກລະບົບ TaxRIS . 14. ຂອບຂອງໃບເສຍຄ່າທໍານຽມທາງເປັນສີຂຽວ(ເສັ້ນລາຍນ້ໍາສາມມິຕິ) 15. ເລກຖັງຂອງລົດທີ່ມາ: ກະຊວງການເງິນ