ວັນທີ 22 ກຸມພາ 2023 ນີ້, ຕໍາຫລວດ ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ທີ່ດັດແປງສະພາບເຕັກນິກລົດ ໂດຍການເປັນປະທານຂອງທ່ານ ພັທ ແສງທອງ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂພນໂຮງ ມີພະນັກງານທີ່ກ່ຽວຂ້ອງ, ນັກຂັບຂີ່ທີ່ດັດແປງສະພາບເຕັກນິກຂອງລົດ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ທ່ານ ຮອ ແສງເພັດ ໄຊຍະວົງ ຫົວໜ້າກອງຈະລາຈອນ ກ່າວວ່າ: ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນດ້ານຕ່າງໆ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ ສະນັ້ນ ກອງຈະລາຈອນ ປກສ ເມືອງໂພນໂຮງ ໄດ້ລົງເຄື່ອນໄຫວກວດກາພາຫະນະຕາມເສັ້ນທາງຂອບເຂດເທສະບານ ເມືອງໂພນ
ໂຮງ ແຂວງວຽງຈັນ ຜ່ານການລົງກວດກາຕົວຈິງຈຶ່ງພົບເຫັນນັກຂັບຂີ່ດັດແປງສະພາບເຕັກນິກຂອງລົດຈັກຈຳນວນ 10 ຄັນ ມາຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງໂພນໂຮງ ເພື່ອທຳລາຍຢາງຕີນລົດ ແລະ ທໍ່ໄອເສຍ ທີ່ບໍ່ຖືກຕ້ອງຕາມມາດຕະຖານຂອງໂຮງງານຜະລິດອອກ ແລ້ວປ່ຽນຖ່າຍໃໝ່ ພ້ອມນັ້ນຍັງຍົກໃຫ້ເຫັນສະພາບການ
ສັນຈອນໃນປັດຈຸບັນ ແລະ ຜົນໄດ້ຜົນເສຍຂອງການດັດແປງສະພາບເຕັກນິກຂອງລົດ ອັນໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ ເສຍເງິນຄຳພໍ່ແມ່ ຕໍ່ກັບສະພາບການສັນຈອນຕາມທ້ອງຖະໜົນຫລວງ ກໍແມ່ນບັນຫາໜຶ່ງ ເຊິ່ງນັກຂັບຂີ່ແຕ່ລະຄົນຕ້ອງໄດ້ເປັນເຈົ້າການປະຕິບັດກົດລະບຽບຈະລາຈອນທີ່ໄດ້ກຳນົດໄວ້.