ສະໝັກເລີຍ ໂອກາດມາແລ້ວ ການບິນລາວຮັບ 20 ຕໍາແໜ່ງ ພະນັກງານ ຈຸຫ້ອງໂດຍສານ

0
96

ລັດວິສາຫະກິດການບິນລາວ ມີຄວາມຕ້ອງການຮັບສະໝັກ ພະນັກງານ ຈຸຫ້ອງໂດຍສານ ຈຳນວນ 20 ຕຳແໜ່ງ !ເງື່ອນໄຂ

1 ສັນຊາດລາວ, ສະຖານະພາບໂສດ, ອາຍຸລະຫວ່າງ 18 – 25 ປີ. 2 ມີບຸກຄະລິກກະພາບ ແລະ ຮູບຮ່າງໜ້າຕາດີ, ມີຄວາມໝັ້ນໃຈໃນຕົວເອງ. 3 ມີມະນຸດສໍາພັນດີ ແລະ ບໍ່ມີລາຍສັກ.

4 ມີສຸຂະພາບແຂງແຮງ ຕາມມາດຕະຖານຂອງພະນັກງານຈຸຫ້ອງໂດຍສານ. 5 ມີລວງສູງ 160 cm ຂຶ້ນໄປ ແຕ່ບໍ່ໃຫ້ເກີນ 175 cm (ສໍາລັບເພດຍິງ) ແລະ 165 cm ຂຶ້ນໄປ ແຕ່ບໍ່ໃຫ້ເກີນ 185 cm (ສໍາລັບເພດຊາຍ).6 ມີນໍ້າໜັກສົມສ່ວນຕາມມາດຖານເງື່ອນໄຂທີ່ກໍານົດຄື ເອົາລວງສູງຂອງຮ່າງກາຍລົບໃຫ້ 100 ສໍາລັບເພດຊາຍ, ລວງສູງລົບໃຫ້ 105 ສໍາລັບເພດຍິງ (ຫຼຸດ ຫຼື ລື່ນ ບໍ່ໃຫ້ເກີນ 2 ກິໂລ).

ມາດຖານ: 1 ລະດັບວັດທະນາທໍາຈົບຊັ້ນ ມ.ປາຍ ຂຶ້ນໄປ. 2 ມີຄວາມສາມາດໃນການສື່ສານພາສາຕ່າງປະເທດໃນລະດັບທີ່ດີ ເຊັ່ນ: ພາສາອັງກິດ(ເປັນຫຼັກ), ພາສາຈີນ ແລະ ພາສາເກົາຫຼີ.

3 ມີຄວາມສາມາດໃນການໃຊ້ຄອມພິວເຕີໃນລະດັບດີຂຶ້ນໄປ. 4 ມີຄວາມກະຕືລືລົ້ນ, ຮັກໃນການເຮັດວຽກບໍລິການ, ຊື່ສັດ, ອົດທົນ, ສາມາດເຮັດວຽກເປັນທີມ, ເປັນຜຽນໝູນວຽກກັນທັງກາງເວັນ-ກາງຄືນ ແລະ ເຮັດວຽກພາຍໃຕ້ຄວາມກົດດັນຈາກຜູ້ໂດຍສານໄດ້.

5 ມີຄວາມຮັບຜິດຊອບສູງ, ມີລະບຽບວິໄນສູງ ແລະ ມີຄວາມສາມັກຄີກັບເພື່ອນຮ່ວມງານໄດ້ດີ. 6 ສາມາດເຮ້ດວຽກວັນເສົາ-ອາທິດ ຫຼື ຕາມການມອບໝາຍຂອງບໍລິສັດ.
7 ມີປະຫວັດຈະແຈ້ງ, ບໍ່ເຄີຍພົວພັນກັບຢາເສບຕິດ ແລະ ບໍ່ຖືກສານຕັດສິນຄະດີມາກ່ອນ. 8 ມີທີ່ພັກອາໄສ ແລະ ພາຫະນະທຽວວຽກກຸ້ມຕົນເອງ.

ການຄັດເລືອກ ແມ່ນສອບເສັງ ແລະ ສໍາພາດ ທາງດ້ານຄວາມຮູ້ທົ່ວໄປ ພາສາອັງກິດ, ພາສາຈີນ ແລະ ພາສາເກົາຫຼີ.ສະຖານທີ່ເຮັດວຽກແມ່ນໃຫ້ບໍລິການຜູ້ໂດຍສານໃນຖ້ຽວບິນ ແລະ ບັນດາສະໜາມບິນ ທີ່ລັດວິສາຫະກິດ ການບິນລາວ ບິນເຊື່ອມຈອດ.

ເອກະສານປະກອບໃນການສະໝັກ:1 ໃບສະເໜີຂໍເຂົ້າເຮັດວຽກ (ພົວພັນເອົານໍາ ພະແນກຈັດຕັ້ງ ແລະ ພະນັກງານ ຫຼື ດາວໂຫຼດອອນລາຍ) 01 ສະບັບ. 2 ຊີວະປະຫວັດຫຍໍ້ ເປັນພາສາລາວ 01 ສະບັບ. 3 Curriculum Vitae (CV) 01 ສະບັບ.

4 ໃບປະກາດສະນີຍະບັດການສຶກສາ, ວິຊາຊີບ ແລະ ໃບຜ່ານງານ(ຖ້າມີ) 01 ສະບັບ. 5 ໃບຢັ້ງຢືນທີ່ຢູພ້ອມຕິດຮູບຂະຫນາດ 3×4 ທີ່ຖ່າຍບໍ່ເກີນ 01 ເດືອນ 01 ສະບັບ. 6 ໃບແຈ້ງໂທດ 01 ສະບັບ. 7 ໃບຢັ້ງຢືນການກວດສຸຂະພາບ ບໍ່ເກີນ 03 ເດືອນ 01 ສະບັບ.

8 ໃບຢັ້ງຢືນການຮັບປະກັນຈາກຜູ້ປົກຄອງ ຫຼື ຄອບຄົວ 01 ສະບັບ. 9 ສໍາເນົາບັດປະຈໍາຕົວ ຫຼື ສໍາມະໂນຄົວ. ສາມາດພົວພັນເອົາແບບຟອມສະໝັກໄດ້ທີ່ ລັດວິສາຫະກິດການບິນລາວ,ສຳນັກງານໃຫຍ່ສະໜາມບິນວັດໄຕ,ພະແນກຈັດຕັ້ງ ແລະ ພະນັກງານ ໂທ: 021 513150, 020 22018863, 020 55799577, 020 22216547 ຫຼື ດາວໂຫຼດແບບຟອມທີ່ https://bit.ly/LaoAirlinesCrew ຫຼື ສະແກນທີ່ QR ໃນພາບ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.