ເປບຊີ ສືບຕໍ່ສະໜັບສະໜູນຫຼັກໃຫ້ແກ່ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ເພື່ອຈັດງານແຂ່ງຂັນບານເຕະ ເປບຊີ ລາວລີກ 1

0
70

ເຄື່ອງດື່ມ ເປບຊີ ໄດ້ສືບຕໍ່ເປັນຜູ້ສະໜັບສະໜູນຫຼັກໃຫ້ແກ່ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ເພື່ອຈັດງານແຂ່ງຂັນບານເຕະ ເປບຊີ ລາວລີກ 1 ເຊິ່ງລະດູການຂອງ

ການແຂ່ງຂັນປະຈໍາປີ 2023 ໄດ້ຖືກໄຂຂຶ້ນຢ່າງເປັນທາງການ ໃນວັນທີ 17 ກຸມພາ 2023 ທີ່ຜ່ານມາ ໂດຍໃນປີນີ້ ມີ 8 ສະໂມສອນບານເຕະເຂົ້າຮ່ວມ. ລວມຍອດການໃຫ້ການສະໜັບສະໜູນ ຈາກເຄື່ອງດື່ມ ເປບຊີ ມີມູນຄ່າເຖິງ 1,638,000,000 ກີບ ເປັນໄລຍະເວລາ 3 ປີ (2022-2024).

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2023 ນີ້ ບໍ່ພຽງແຕ່ເປັນການສ້າງບັນຍາກາດໃຫ້ວົງການບານເຕະໃນລາວໃຫ້ກັບມາຄຶກຄື້ນອີກຄັ້ງພາຍຫຼັງການລະບາດຂອງພະຍາດ ໂຄວິດ 19, ແຕ່ຍັງເປັນສ້າງເວທີການແຂ່ງຂັນເພື່ອຝຶກຝົນຂີດຄວາມສາມາດຂອງນັກກິລາບານເຕະລາວ ແລະ ຍັງປະກອບສ່ວນເຂົ້າໃນການພັດທະນານັກກິລາ

ບານເຕະ ໃນລາວໃຫ້ມີໂອກາດໄປແຂ່ງຂັນໃນລະດັບສາກົນ ເພາະຜູ້ຊະນະໃນຄັ້ງນີ້ຈະໄດ້ກາຍເປັນຕົວແທນປະເທດເຂົ້າຮ່ວມການແຂ່ງຂັນລະດັບ AFC Cup 2024 ຫຼື ລາຍການອື່ນໆ ທີ່ຖືກເຊີນຕາມຄວາມເໝາະສົມ ແລະ ອີກໜຶ່ງປັດໄຈຄື ຍັງເປັນການສະແດງໃຫ້ເຫັນວ່າ ເປບຊີ ສະໜັບສະໜູນ ແລະ ໃຫ້ຄວາມສຳຄັນຕໍ່ຄວາມຝັນ ແລະ ຄວາມມັກຂອງໄວໜຸ່ມໃນລາວ ໂດຍສະເພາະໃນກິລາບານເຕະ.

ເຊີນຊວນທຸກທ່ານເຂົ້າໄປຮ່ວມຊົມ ແລະ ເຊຍ ຕິດຂອບສະຫນາມກັບທີມບານເຕະທີ່ຕົນເອງມັກໄດ້ ໂດຍບໍ່ໄດ້ເສຍຄ່າ ຫຼື ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເຟສບຸກ Lao League 1ແລະ ຢູທູບ ຂອງ LAOFF TV ສະຫະພັນບານເຕະແຫ່ງຊາດລາວ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.