ຢູ່ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີເປີດການນຳໃຊ້ປ້ຳນ້ຳມັນເຊື້ອໄຟກອງທັບ ແບບທັນສະໄໝ ຂຶ້ນໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ກຳມະການຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຫົວໜ້າກົມ, ຄະນະກົມ, ແຂກທີ່ ຖືກເຊີນພ້ອມດ້ວຍພະນັກງານວິຊາການກົມນ້ຳມັນເຊື້ອໄຟເຂົ້າຮ່ວມ.
ສະຫາຍ ພັນເອກ ຈັນທະຈັກ ໄຊຍະວົງສາ ຫົວໜ້າກົມນ້ຳມັນເຊື້ອໄຟ ຂຶ້ນກ່າວຈຸດປະສົງ ແລະປະຫວັດຄວາມເປັນມາຂອງສາງນ້ຳມັນໂພນເຄັງ ໃນທ່າມກາງທົ່ວພັກ, ທົ່ວກອງທັບພວມຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງ
ປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກກົມໃຫຍ່ພະລາທິການ ກໍຄືການປະຕິບັດ 2 ວາລະແຫ່ງຊາດໃຫ້ມີຜົນສຳເລັດ, ປ້ຳນ້ຳມັນກະຊວງປ້ອງກັນປະເທດ ແມ່ນໜຶ່ງໃນບັນດາປ້ຳນ້ຳມັນ ແລະ ສາງນ້ຳ ມັນຍຸດທະສາດຂອງກອງທັບຢູ່ພາຍໃຕ້ການຊີ້ນຳທາງດ້ານວິຊາສະເພາະຂອງກົມນ້ຳມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ໃນເມື່ອກ່ອນເອີ້ນວ່າປ້ຳນ້ຳ
ມັນໂພນເຄັງຂຶ້ນກັບກົມນ້ຳມັນເຊື້ອໄຟເປັນປ້ຳນ້ຳມັນ 1 ໃນ 3 ປ້ຳຂອງລະບອບເກົ່າ(ປ້ຳໂພນເຄັງ, ຈີ່ນາຍໂມ້ ແລະ ສີໄຄ)ມາຮອດປີ 2008 ຈຶ່ງໄດ້ປັບປຸງໃໝ່ໂດຍປະຕິບັດຕາມແຜນການຍຸດທະສາດໃນການປັບປຸງກໍ່ສ້າງກອງ ທັບປະຕິວັດມີແບບແຜນທັນສະໄໝເວົ້າລວມ, ເວົ້າສະເພາະແມ່ນການປັບປຸງກໍ່ສ້າງຂະແໜງນ້ຳມັນເຊື້ອໄຟກອງທັບໃຫ້
ກ້າວໜ້າ ເຂັ້ມແຂງ ໜັກແໜ້ນ ແລະ ຫັນເປັນທັນສະໄໝ ດັ່ງນັ້ນກະຊວງປ້ອງກັນປະເທດຈຶ່ງໄດ້ອະນຸ ມັດງົບປະມານກໍ່ສ້າງປ້ຳນ້ຳມັນກະຊວງປ້ອງກັນປະເທດຕາມໜັງສືສະເໜີຂອງກົມນ້ຳມັນເຊື້ອໄຟສະບັບເລກທີ074/ກຊຟ,ລົງວັນທີ 15/02/2022 ມີມູນຄ່າທັງໝົດ 1.919.901.632 ກີບ
ຈຸດປະສົງກໍ່ເພື່ອຮັບປະກັນໃຫ້ມີຄວາມສະດວກ, ມີຄວາມປອດໄພ, ປະຫຍັດ, ຫຼຸດຜ່ອນກຳລັງ ໃນການເຮັດໜ້າທີ່ເບີກ-ຈ່າຍນ້ຳມັນ ໂດຍນຳໃຊ້ວິທີການທີ່ທັນສະໄໝຜ່ານລະບົບສະແກນ(ຄິວອາໂຄສ) ໂຄງປະກອບຂອງປ້ຳມີບໍລິມາດບັນຈຸແອັດຊັງ 22.000 ລິດ, ກາຊວນ 30.000 ລິດ, ລະບົບເບີກຈ່າຍແມ່ນມີ 8 ຫົວຈ່າຍນ້ຳມັນ, ສາມາດຮັບປະກັນໃຫ້ບັນດາກົມກອງທີ່ຢູ່ອ້ອມຂ້າງຄ້າຍໂພນເຄັງ ແລະ ບັນດາກົມກອງອື່ນໆ ສາມາດເບີກຈ່າຍ-ໄດ້ທຸກເວລາ, ມີຈັກໄຟຟ້າສຳຮອງເພື່ອຮັບປະກັນເວລາໄຟຕິດຂັດ.