ພິລຶກແທ້ ກວດເຫັນພະນັກງານສໍ້ລາດບັງຫຼວງ 187 ຄົນ ມູນຄ່າເສຍຫາຍທັງໝົດ 95,61 ຕື້ກວ່າກີບ

0
63

ວັນທີ 23 ກຸມພາ 2023 ຜ່ານມານີ້ ກວດກາສູນກາງພັກ ສະຫຼຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2022

ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ.

ກອງປະຊຸມໄດ້ສະຫຼຸບ ຕີລາຄາການເຄື່ອນໄຫວວຽກງານກວດກາປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວໃນປີ 2023 ຜ່ານມນີ້ ວ່າ:

ໄດ້ລົງກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຈໍານວນ 18 ໂຄງການ ຜ່ານການກວດກາພົບເຫັນ ໂຄງການຈໍານວນຫນຶ່ງ ຍັງບໍ່ ປະຕິບັດຄົບຖ້ວນຕາມກົດຫມາຍ ແລະ ລະບຽບການທີ່ກໍານົດໄວ້; ກວດກາຕາມຄໍາສັ່ງໄດ້ທັງຫນົດ 12 ເປົ້າຫມາຍ, ກວດກາສໍາເລັດແລ້ວ 5 ເປົ້າຫມາຍ.

ກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ມີ 416 ໂຄງການ ໃນນີ້ໄດ້ກວດກາສໍາເລັດ 280 ໂຄງການ, ຍັງບໍ່ທັນ ກວດກາ 136 ໂຄງການ ແລະ ໂຄງການທີ່ມີມູນຄ່າ 10 ຕື້ກີບລົງມາມີ 2.850 ໂຄງການ, ໃນນີ້ໄດ້ກວດກາສໍາເລັດ 616 ໂຄງການ ແລະ ຍັງບໍ່ ທັນໄດ້ກວດກາ 2.234 ໂຄງການ.

ຜ່ານການກວດກາເຫັນມູນຄ່າທີ່ຄິດໄລ່ບໍ່ຖືກລະບຽບ ເປັນຕົ້ນ: ຫນ້າວຽກບໍ່ໄດ້ຈັດຕັ້ງປະຕິບັດ, ຊໍາລະເກີນຫນ້າວຽກປະຕິບັດໄດ້ຕົວຈິງຊຶ່ງຕ້ອງ ເກັບກູ້ຄືນ, ລວມທັງພັນທະອາກອນທີ່ຍັງຄ້າງມອບໃຫ້ລັດ ຈໍານວນ 2.012,55 ຕື້ກີບ ແລະ 750.801,94 ໂດລາ.

ພ້ອມນັ້ນໄດ້ເອົາໃຈໃສ່ ກວດກາຕາມມະຕິສະພາແຫ່ງຊາດ ສະບັບເລກທີ 14/ສພຊ, 24/ສພຊ ແລະ ຕາມການສະຫນອງຂໍ້ມູນ ຂອງອົງການ ກວດສອບແຫ່ງລັດ ສະຫນອງໃຫ້ໃນປີ 2019-2020 (ທີ່ຍັງຄ້າງ) ຄື:

(1). ການໃຫ້ເຊົ່າ-ສໍາປະທານທີ່ດິນຂອງລັດ ຈໍານວນ 30 ໂຄງການ ເນື້ອທີ່ 318,89 ເຮັກຕາ ຢູ່ແຂວງຜົ້ງສາລີ, ຫຼວງພະບາງ ແລະ ບໍລິຄໍາໄຊ;

(2). ເກັບກູ້ຫນີ້ຕ້ອງຮັບທີ່ຄ້າງມອບ ຂອງຫົວຫນ່ວຍງົບປະມານໃນ 09 ກະຊວງ, ມູນຄ່າທັງຫມົດ 1.173,39 ຕື້ກີບ;

(3). ກວດກາ 09 ຫົວຫນ່ວຍທຸລະກິດ ທີ່ກູ້ຢືມເງິນຈາກກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອເກັບຊື້ເຂົ້າແຮແຊກແຊງລາຄາເຂົ້າ ແລະ ດັດ ສົມຕະຫຼາດ ທີ່ຍັງຄ້າງຊໍາລະຕົ້ນທຶນ ແລະ ດອກເບ້ຍ 124,24 ຕື້ກີບ ແມ່ນຢູ່ຂັ້ນຕອນການດໍາເນີນການກວດກາຍັງບໍ່ທັນສໍາເລັດ;

(4). ການແກ້ໄຂຜົນການກວດກາຢູ່ 5 ກົມຂອງກະຊວງການເງິນ, ອົງການກວດກາແຫ່ງລັດໄດ້ມອບໃຫ້ກະຊວງ ການເງິນ ເປັນຜູ້ດໍາເນີນການ ແກ້ໄຂຜົນການກວດກາ ແຕ່ຮອດປະຈຸບັນຍັງບໍ່ມີຄວາມຄືບຫນ້າ;

(5). ໂຄງການລົງທຶນຂອງລັດ ທີ່ບໍ່ຜ່ານການປະເມີນ, ໂຄງການຈ່າຍນອກແຜນງົບປະມານ, ໂຄງການບໍ່ຜ່ານການປະມູນ, ໂຄງການບໍ່ໄດ້ຄໍ້າ ປະກັນສັນຍາ-ໂຄງການ ແລະ ໂຄງການນອກແຜນ ທັງຫມົດຈໍານວນ 160 ໂຄງການ ໃນນີ້ ກວດກາສໍາເລັດແລ້ວ 85 ໂຄງການ ແລະ ຍັງຄ້າງ ກວດກາ 75 ໂຄງການ.

ໄດ້ດໍາເນີນການສືບສວນ-ສອບສວນ ຄະດີທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງ ໃນຂອບເຂດທົ່ວປະເທດ 19 ລາຍຄະດີ, ເປົ້າຫມາຍພົວພັນ ທັງຫມົດ 187 ຄົນ, ພະນັກງານລັດ 134 ຄົນ, ພະນັກງານລັດວິສາຫະກິດ 33 ຄົນ, ພະນັກງານບໍລິສັດ 16 ຄົນ ແລະ ປະຊາຊົນ 04 ຄົນ;

ໃນ ເປົ້າຫມາຍພົວພັນທັງຫມົດແກ້ໄຂທາງດ້ານບໍລິຫານທັງຫມົດ 169 ຄົນ ແລະ ດໍາເນີນຄະດີ 18 ຄົນ ໃນການດໍາເນີນຄະດີໄດ້ສະຫຼຸບຄະດີສົ່ງໃຫ້ໄອ ຍະການ 11 ຄົນ ໃນນີ້ ພະນັກງານລັດ 7 ຄົນ, ພະນັກງານລັດວິສາຫະກິດ 02 ຄົນ; ພະນັກງານບໍລິສັດ 1 ຄົນ ແລະ ປະຊາຊົນ 1 ຄົນ; ສານ ຕັດສິນແລ້ວ 02 ຄົນ;

ພົບເຫັນຜົນເສຍຫາຍທັງຫມົດ 95,61 ຕື້ກວ່າກີບ, 65,85 ລ້ານກວ່າບາດ, 100.000 ໂດລາ; ໃນເບື້ອງຕົ້ນສາມາດເກັບກູ້ ຄືນໄດ້ 9,56 ຕື້ກວ່າກີບ, 4,63 ລ້ານກວ່າບາດ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.