ເກີດອຸບັດຕິເຫດ ລົດເກັງປ້າຍໄທ ແຫກໂຄ້ງທີ່ຂົວນໍ້າພິດ ເສຍຊີວິດ 1 ຄົນ ບາດເຈັບ 4 ຄົນ

0
109

ເຫດລົດໃຫຍ່ກາຍໂຄ້ງ ເສຍຊີວິດຄາທີ່ 1 ຄົນເພດຊາຍຜູ້ໂດຍສານ ໃນວັນທີ25.02.2023 ເວລາ 10:40ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າມີ : ລົດໃຫຍ່ກາຍໂຄ້ງ ຢູ່ບ້ານ ໂພນສະອາດ ຂົວນຳ້ພີດ ເມືອງ ມະຫາໄຊ ແຂວງ ຄຳມ່ວນ ທີມງານກູ້ໄພຂອງພວກເຮົາໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້

ເສຍຊີວິດຄາທີ່ 01 ຄົນ ເພດຊາຍ ແລະບາດເຈັບເລັກນ້ອຍ 4 ຄົນ.ຜູ້ເສຍຊີວິດແມ່ນກະທົບເອິກແລະຟົ້ງອອກຈາກລົດໄປພາດໃສ່ກັບເຄືອໄມ້ພັນຄໍໄວ້ຈຶ່ງເສຍຊີວິດ

ຜູ້ບາດເຈັບແມ່ນທາງເຈົ້າໜ້າທີ່ນຳສົ່ງໂຮງໝໍກ່ອນ ພວກເຮົາຈຶ່ງໄດ້ນຳສົ່ງສົບຜຸ້ກ່ຽວໃຫ້ຄອບຄົວທຳພີທິສາດສະໜາ ຂໍສະແດງຄວາມເສຍໃຈມາຍັງຄອບຄົວຂອງຜູ້ເສຍຊີວິດດ້ວຍ

ທ່ານໃດທີ່ຢາກເປັນສ່ວນໜຶ່ງໃນສັງຄົມໃນການບໍລິຈາກແລະອຸປະຖຳທີມງານຂອງພວກເຮົາເຊັ່ນ :1, ເຄື່ອງປະຖົມພະຍາບານຂັ້ນຕົ້ນ, 2, ເຂົ້າສານອາຫານແຫ້ງ , 3, ນຳ້ມັນລົດອອກເຫດ.ກໍສາມາດບໍລິຈາກແລະອຸປະຖຳໄດ້ທີ່ “ ຫ້ອງການ ບ້ານ ທ່າແຂກເໜືອ ຫຼັງຕະຫຼາດນາໂບ ຫຼື ໂອນຜ່ານບັນຊີກາງຄະນະບໍລິຫານງານມູນນິທິ :

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ : LAK: 025120001261506001 ອຸປະຕິເຫດ ເຈັບປ່ວຍສຸກເສີນ ເຫດດ່ວນເຫດຮ້າຍ ໂທສາຍຕົງແຈ້ງເຫດ : 02055330065, 02023451624 ຫ້ອງການ : 051 251624. (ສາຍດ່ວນ 1624 ໂທຟຣີ) 24ຊົ່ວໂມງ… ພວກເຮົາເຮັດເພື່ອປະຊາຊົນແລະ ເພື່ອສັງຄົມ ໂດຍບໍ່ຫວັງຜົນຕອບແທນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.