ນະຄອນຫລວງວຽງຈັນ ຍັງເຫລືອບ້ານທຸກຍາກ 3 ບ້ານ ແລະ ເມືອງທຸກຍາກ 1 ເມືອງ

0
67

ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວນະຄອນຫລວງວຽງຈັນ (2016-2022) ແລະ ທິດທາງຮອດປີ 2025  ວັນທີ 23

ກຸມພາ 2023 ຜ່ານມານີ້ວ່າ: ປັດຈຸບັນ ນະຄອນຫລວງວຽງຈັນ ມີ 9 ເມືອງ, ມີຈໍານວນ 481 ບ້ານ, ຈໍານວນ 159.626 ຄອບຄົວ. ຜ່ານການປະເມີນໄລຍະເບື້ອງຕົ້ນຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ມີຄອບຄົວບັນລຸມາດຕະຖານພົ້ນທຸກ ຈໍານວນ 154.562 ຄອບຄົວ, ເທົ່າກັບ

97,23%, ຍັງບໍ່ທັນຄົບມາດຕະຖານພົ້ນທຸກ 4.402 ຄອບຄົວ, ບັນລຸຄອບຄົວພັດທະນາ 142.633 ຄອບຄົວ, ຍັງບໍ່ທັນບັນລຸ 16.631 ຄອບຄົວ, ບ້ານພົ້ນທຸກບັນລຸ

ຕາມມາດຕະຖານ 478 ບ້ານ, ເທົ່າກັບ 99,38%, ຍັງບໍ່ທັນບັນລຸ 3 ບ້ານ, ບ້ານທີ່ບັນລຸມາດຕະຖານບ້ານພັດທະນາ ມີຈຳນວນ 241 ບ້ານ, ຍັງບໍ່ບັນລຸເງື່ອນໄຂພັດທະນາ 240 ບ້ານ ແລະ ເມືອງທີ່ຍັງບໍ່ທັນບັນລຸມາດຕະຖານພົ້ນທຸກມີ 1 ເມືອງ.

ສ່ວນການທົດລອງວຽກງານ 3 ສ້າງຂອງນະຄອນຫລວງວຽງຈັນ ທີ່ເລີ່ມຕົ້ນມາແຕ່ປີ 2012 ໂດຍກໍານົດເອົາ 10 ບ້ານຂອງ 3 ເມືອງ ເປັນບ່ອນທົດລອງ, ມາຮອດປີ 2019 ໄດ້ປະເມີນຄືນຜົນຄືນການສ້າງແຂວງເປັນຫົວໜ່ວຍຍຸດທະສາດຕາມ 7 ດ້ານ, ຜ່ານການປະເມີນບັນລຸໄດ້ 100%, ຜົນການປະເມີນຕາມ 66 ຕົວຊີ້ບອກ ບັນລຸ 60 ຕົວຊີ້

ບອກ, ເທົ່າກັບ 90,90%, ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ ບັນລຸໄດ້ 100%, ຜົນການປະເມີນຕາມ 77 ຕົວຊີ້ບອກບັນລຸ 7 ເມືອງ, ສ່ວນການສ້າງບ້ານເປັນຫົວໜ່ວຍພັດທະນາ ຕາມ 4 ດ້ານ 30 ຕົວຊີ້ບອກ, ຜ່ານການປະເມີນ ມີ 347 ບ້ານ ທີ່ບັນລຸ, ເທົ່າກັບ 90,85% ແລະ ຍັງບໍ່ທັນບັນລຸ 44 ບ້ານ, ເທົ່າກັບ 9,15%.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.