ຄົນເກີດວັນອາທິດ:ການງານຄວາມສະຫລຽວສະຫລາດຂອງຕົນເອງສາມາດສ້າງຜົນງານ ແລະສ້າງຄວາມສຳເລັດ ໄປສູ່ເປົ້າໝາຍທີ່ຕົນເອງນັ້ນຄາດຫວັງເອົາໄວ້ໄດ້ດີຂຶ້ນ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປຢ່າງຫລາຍໃນໄລຍະນີ້ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກຈະຄົບຫາກັບຄົົນທີ່ເຂົ້າມາແບບເບິ່ງໃຈກັນໄປກ່ອນຫລາຍກວ່າ ແລະ ຍັງບໍ່ຕັດສິນໃຈດ້ານຄວາມຮັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ9
ຄົນເກີດວັນຈັນ:ການງານລະວັງການລົງທຶນ ທີ່ຈະຕ້ອງໃຊ້ເງິນອອກໄປເປັນຈຳນວນຫລາຍ ການເງິນໃນໄລຍະນີ້ ບໍ່ສາມາດທີ່ຈະຄວບຄຸມລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກຈະພົບຄົົນທີ່ມີອາຍຸຕ່າງກັນ ທ່ານເປັນຄົົນທີ່ສຸຂຸມຮອບຄອບ ແຕ່ເວລາທີ່ມີໃຫ້ກັນກໍບໍ່ຄ່ອຍປານໃດ ເຄື່ອງມຸງຄຸນສາຍຄໍ ສີມຸງຄຸນສີສົ້ມ ເລກນຳໂຊກ0
ຄົນເກີດວັນອັງຄານ:ການງານມີເປົ້າໝາຍທີ່ຊັດເຈນໃນການສ້າງຄວາມສຳເລັດໃຫ້ກັບຕົນເອງ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫລອດ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ5
ຄົນເກີດວັນພຸດ:ການງານຊ່ວງນີ້ການງານນັ້ນພົບອຸປະສັກ ແລະ ພົບການປ່ຽນແປງຕ່າງໆ ໃນທີ່ເຮັດວຽກ ການເງິນໝຸນຫາໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ສະເໝີໃນໄລຍະນີ້ ຫາມາໄດ້ຫລາຍກໍໃຊ້ອອກໄປຫລາຍດ້ວຍເຊັ່ນກັນ ຄວາມຮັກບໍ່ຄ່ອຍມີເວລາໃຫ້ກັບຄົນຮັກປານໃດໃນໄລຍະນີ້ ຄວນແບ່ງເວລາໃຫ້ກັນຫລາຍຂຶ້ນ ຈຶ່ງຈະດີຕໍ່ຄວາມສຳພັນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີເທົາ ເລກນຳໂຊກ4
ຄົນເກີດວັນພະຫັດ:ການງານຈະໃຊ້ເງິນລົງທຶນອອກໄປຈຳນວນໜຶ່ງ ເພື່ອທີ່ຈະເຮັດໃຫ້ໄດ້ກຳໄລເພີ່ມຂຶ້ນ ການເງິນໄລຍະນີ້ຢູ່ໃນເກນທີ່ຈະຕ້ອງຈ່າຍເງິນເພື່ອຊ່ວຍເຫລືອໝູ່ເພື່ອນ ຫລືບໍລິວານ ຄວາມຮັກຈະພົບຮັກກໍເປັນໄປໄດ້ໃນໄລຍະນີ້ ການງານນຳພາມາໃຫ້ພົບກັນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຂາວ ເລກນຳໂຊກ6
ຄົນເກີດວັນສຸກ:ການງານ ສະຖານະການຍັງບໍ່ແນ່ນອນ ກ່ຽວກັບເລື່ອງຂອງການງານໃນໄລຍະນີ້ ຈຶ່ງຕ້ອງໃຊ້ຄວາມຮອບຄອບຫລາຍໆ ໃນເລື່ອງຂອງການຈັດການບັນຫາຕ່າງໆ ການເງິນ ການເຈລະຈາຕໍ່ລອງທາງດ້ານການເງິນປະສົບຄວາມສຳເລັດດີຂຶ້ນເປັນຢ່າງຫລາຍ ຄວາມຮັກສຸກສົມຫວັງດີຂຶ້ນໃນເລື່ອງຂອງຄວາມຮັກ ສົມປາດຖະຫນາໃນແບບທີ່ຕົນເອງນັ້ນຄາດຫວັງເອົາໄວ້ ເຄື່ອງມຸງຄຸນ ສາຍຄໍຄໍາ ສີມຸງຄຸນສີມ່ວງ ເລກນຳໂຊກ9
ຄົນເກີດັ້ວັນເສົາ:ການງານການງານໄດ້ຮັບຮູ້ເຖິງຄວາມເກັ່ງ ແລະ ຄວາມສາມາດຂອງທ່ານຫລາຍຂຶ້ນໃນໄລຍະນີ້ ເພາະຜົນງານໂດດເດັ່ນຫລາຍເປັນພິເສດ ການເງິນມີໂຊກຈະໄດ້ເງິນເຂົ້າມາ ດ້ວຍຄວາມຂະຫຍັນ ແລະ ຄວາມສະຫລຽວສະຫລາດຂອງຕົນເອງຢ່າງຕໍ່ເນື່ອງ ຄວາມຮັກຍັງບໍ່ໄດ້ໃຫ້ຄວາມສຳຄັນດ້ານຄວາມຮັກໃນໄລຍະນີ້ ແຕ່ຖ້າຫາກຈະພົບໃຜ ຈະເປັນຄົນລັກສະນະຜິວຂາວ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ4