ຂໍສະແດງ ຄວາມຍິນດີ ທີມຊາດ ເບສບອນຊາຍລາວ ໄດ້ຮອງແຊ້ມ ງານການແຂ່ງຂັນ ກິລາເບສບອນນານາຊາດປິດສາກລົງແລ້ວ ສໍາລັບການແຂ່ງຂັນກິລາເບສບອນ DGB CUP Indochina Dream League 2023 ຈັດຂຶ້ນ ຢູ່ສະໜາມກິລາເບສບອນ ຫຼັກ 16 ນະຄອນຫຼວງວຽງຈັນ ເຊິ່ງເລີ່ມການແຂ່ງຂັນມາຕັ້ງແຕ່ວັນທີ 24-26 ກຸມພາ
2023 ໂດຍມີ 4 ປະເທດທີ່ເຂົ້າຮ່ວມການແຂ່ງຂັນຄື: ລາວ, ໄທ, ຫວຽດນາມ ແລະ ກຳປູເຈຍ. ຜົນການແຂ່ງຂັນສະມາດສະຫຼຸບໄດ້ວ່າ:ການແຂ່ງຂັນ ແມ່ນ ພົບກັນທຸກທີມ ແລະ ຈະເລືອກເອົາທີມທີ່ມີຄະແນນສູງສຸດ ສອງທີມ ເຂົ້າສູ່ຮອບຊິງຊະນະເລີດ.ໃນຮອບຊິງຊະນະເລີດ ຜົນປະກົດວ່າ ທີມຊາດໄທ ເອົາຊະນະ ທີມຊາດລາວ ໄປໄດ້ ດ້ວຍຄະແນນ 18:5 ເຮັດໃຫ້ ສປປ ລາວ ໄດ້ຮອງແຊັມ ໄປຄອງ
ອັນດັບທີ 1 : ທີມຊາດໄທ🇹🇭 , ອັນດັບທີ 2 : ທີມຊາດລາວ🇱🇦 , ອັນດັບທີ 3 : ທີມຊາດກຳປູເຈຍ🇰🇭 , ອັນດັບທີ 4 : ທີມຊາດຫວຽດນາມ🇻🇳
ສະຫະພັນກິລາເບສບອນ ແລະ ຊອຟບອນແຫ່ງຊາດລາວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນແກ່ຜູ້ສະໜັບສະໜູນ, ຜູ້ຊົມຜູ້ເຊຍທຸກໆທ່ານມານະທີ່ນີ້ດ້ວຍ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບແຮງກຳລັງແຮງ ແລະ ກຳລັງໃຈຈາກພວກທ່ານຕະຫຼອດໄປ.