ອຸດົມໄຊ ອະນຸຍາດໃຫ້ເອກະຊົນ ສຳປະທານ ເຂດພູຫຍ້າຄາ ເພື່ອພັດທະນາເປັນແຫລ່ງທ່ອງທ່ຽວແບບຍືນຍົງ 50 ປີ

0
248

ວັນທີ 24 ກຸມພາ 2023 ນີ້  ພະແນກແຜນ ການ ແລະ ການລົງທຶນ ແຂວງອຸດົມໄຊ ເຊັນສັນຍາວ່າດ້ວຍການລົງທຶນພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ຢູ່ເຂດພູຫຍ້າຄາ, ບ້ານຫລັກ 32, ເມືອງໄຊ, ແຂວງອຸດົມໄຊ.

ເນື້ອທີ່ທັງໝົດ 1.967 ກວ່າເຮັກຕາ;  ເນື້ອທີ່ສຳປະທານເພື່ອພັດທະນາເປັນເຂດບໍລິການ ມີເນື້ອທີ່ 6 ເຮັກຕາກວ່າ ແລະ ເນື້ອທີ່ສະຫງວນໄວ້ເປັນແຫລ່ງທ່ອງທ່ຽວແບບອານຸລັກທໍາມະຊາດແມ່ນ 1.961 ກວ່າເຮັກຕາໂດຍແມ່ນບໍລິສັດ ເປັນຜູ້ຮັບຜິດຊອບພຽງຜູ້ດຽວ ທາງດ້ານທຶນຮອນ 100%ໃນມູນຄ່າ 2.286.000 ໂດລາສະຫະລັດ  ມີອາຍຸ

ສັນຍາ 50 ປີ ໂດຍມີກິດ 6 ກິດຈະກຳຫລັກຄື: ທ່ອງທ່ຽວປ່າທໍາມະຊາດ ເຊັ່ນ: ທ່ຽວຊົມນ້ຳຕົກຕາດ, ຍ່າງຊົມທໍາມະຊາດ ແລະ ຂີ່ສະລິງ,ທ່ອງທ່ຽວດ້ານວັດທະນະທໍາ ເຊັ່ນ: ຊົມສິນລະປະວັນນະຄະດີ , ຊົມວິຖີດໍາລົງຊີວິດຂອງຊົນເຜົ່າ, ຊົມການຕໍ່າຫູກ, ຈັກສານ, ຊົມການປູກພືດຜັກ ແລະ ຫມາກໄມ້, ມີບໍລິການສະຖານທີ່ພັກເຊົາເຊັ່ນ: ຮ້ານອາຫານ ເຮືອນພັກ, ກາງເຕັ້ນ, ໂຮມສະເຕ, ບໍລິການອາຫານ ,ເຄືອງດື່ມ ແລະຍັງມີບໍລິການດ້ານການບໍາບັດສຸຂະພາບ ສະຖານທີ່ອອກກໍາລັງກາຍ ແລະ ອົບນວດຜ່ອນຄາຍ.

ທັງນີ້ກໍເພື່ອຈະພັດທະນາເສດຖະກິດຂອງແຂວງໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ໂດຍແນໃສການສົ່ງເສີມ ແລະດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ນຳໃຊ້ທ່າແຮງຂອງແຂວງອຸດົມໄຊ ເພື່ອກະຕຸກຊຸກຍູ້ການພັດທະນາທ້ອງຖິ່ນ ແລະສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນມີລາຍຮັບທີ່ຫມັ້ນຄົງ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.