ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 28 ກຸມພາ 2023 ການງານ ການເງິນ ຄວາມຮັກ

0
193

ຄົນເກີດວັນອາທິດ:ການ​ງານພາລະ​ກິດ​ຫລາຍ​ເປັນ​ພິເສດ ຈະ​ເຮັດທຸລະກິດ​ຫຍັງ​ກໍ​ເປັນ​ເງິນ​ເປັນ​ທອງ​ໄປ​ທຸກ​ຢ່າງ ການ​ເງິນມີ​ໂອ​ກາດ​ໃຊ້​ເງິນ​ຊື້​ເສື້ອ​ຜ້າ​ໃໝ່ ຫລື​ມີ​ເລື່ອງ​ຈຳ​ເປັນ​ທີ່​ຕ້ອງ​ໃຊ້​ຈ່າຍ​ເງິນ​ອອກ​ໄປ​ໃນ​ຊ່ວງ​ນີ້ ຄວາມ​ຮັກລະ​ວັງ​ຄຳ​ເວົ້າ​ທີ່​ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ລະຫວ່າງ​ກັນ​ໃນ​ຊ່ວງ​ນີ້ ຄວນ​ໃຊ້​ເຫດຜົນ​ໃຫ້​ຫລາຍ ເຄື່ອງມຸງຄຸນເງິນ ສີມຸງຄຸນ​ສີແດງ ເລກ​ນຳ​ໂຊກ​3

ຄົນເກີດວັນຈັນ:ການ​ງານຕຽມ​ສະຫລອງ​ຄວາມ​ສຳ​ເລັດ​ໄດ້​ເລີຍ ເພາະ​ວຽກງານ​ທີ່​ພະຍາຍາມ​ເຮັດ​ມາ​ດົນ​ແລ້ວ​ຈະ​ເກີດ​ຄວາມ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່ ການ​ເງິນ​ພົບ​ຄວາມຫມັ້ນຄົງ​ດີ​ຂຶ້ນ​ທາງ​ດ້ານ​ການ​ເງິນ ມີ​ໂຊກ​ເພີ່ມເຕີມ​ຫລາຍ​ຂຶ້ນ ຄວາມ​ຮັກ​ຈະ​ພົບ​ຮັກ ພົບ​ຄູ່​ຄອງ ຄົນ​ນີ້​ເປັນ​ຄົນ​ເກັ່ງ ​ແລະ ​ມີ​ຄວາມ​ສາມາດ ທ່ານ​ເປັນ​ຄົນ​ຈິງ​ຈັງ​ ແລະ​ ຈິງ​ໃຈ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​1

ຄົນເກີດວັນອັງຄານ:ການ​ງານ​ລະ​ມັດ​ລະ​ວັງ​ຄວາມ​ຜິດ​ພາດ​ໃນ​ການ​ເຮັດ​ວຽກງານ ແຕ່​ຈະ​ສາມາດ​ສ້າງ​ຜົນ​ກຳ​ໄລ​ຈາກ​ທຸລະກິດ​ທີ່​ຕົນເອງ​ກະທຳ​ຢູ່ ການ​ເງິນ​ລາຍ​ຈ່າຍ​ຍັງມີ​ອີກ​ຫລາຍ​ໃນ​ຊ່ວງ​ນີ້ ແຕ່​ກໍ​ບໍ່​ກະທົບ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກກຳ​ລັງ​ພິຈາລະນາ​ເລື່ອງ​​ຕ່າງ​ໆ ທາງ​ດ້ານ​ຄວາມ​ຮັກ ແຕ່​ກໍ​ຍັງ​ບໍ່​ຕັດ​ສິນ​ໃຈ​ໃດ​ໆ ເຄື່ອງມຸງຄຸນ​ສາຍແຂນຄໍາ ສີມຸງຄຸນສີ​ຂາວ
ເລກ​ນຳ​ໂຊກ​8

ຄົນເກີດວັນພຸດ:ການ​ງານໃຊ້​ເທັກ​ນິກ ​ແລະ ​ຄວາມ​ສາມາດ​ໃນ​ການ​ສ້າງສັນ​ຜົນ​ງານ ເຮັດໃຫ້​ຕົນເອງ​ປະ​ສົບ​ຄວາມ​ສຳ​ເລັດ​ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ເລື້ອຍ​ໆ ແລະ​ ຄົນ​ຮັກ ຫລື​ເພດ​ກົງກັນຂ້າມ ຈະ​ຖ້າ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກມີ​ເກນ​ທີ່​ຈະ​ພົບ​ຄົນ​ມີ​ອາ​ຢຸ​ນ້ອຍ​ກວ່າ ແລະ​ມີ​ນິ​ສັຍ​ທີ່​ຕ່າງ​ກັນ​ຫລາຍ ເຄື່ອງມຸງຄຸນ​​ຫິນນໍາໂຊກສີແດງ
ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​4

ຄົນເກີດວັນພະຫັດ:ການ​ງານລະ​ວັງ​ຄວາມ​ເລັ່ງ​ຮີບ ຮີບ​ຮ້ອນ​ຈົນ​ເກີນ​ໄປ ຈະ​ກໍ່​ໃຫ້​ເກີດ​ຄວາມ​ຜິດ​ພາດ​ທາງ​ດ້ານ​ການ​ງານ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ເລື້ອຍ​ໆ ໃນ​ຊ່ວງ​ນີ້ ມີ​ຄວາມຫມັ້ນຄົງ​ທາງ​ດ້ານ​ການ​ເງິນ​ດີ​ຂຶ້ນ ຄວາມ​ຮັກຄວນ​ສື່​ສານ​ກັນ​ໃຫ້​ຫລາຍ​ຂຶ້ນ ກໍ​ຈະ​ມີ​ໂອ​ກາດ​ສົມ​ຫວັງ​ດ້ານ​ຄວາມ​ຮັກ​ຫລາຍ​ຂຶ້ນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ 0

ຄົນເກີດວັນສຸກ:ການ​ງານ​ຈະ​ເຮັດ​ທຸນ​ກິດຈະການ​ງານ​ໃດ​ໆ ໃນ​ຊ່ວງ​ນີ້ ຕ້ອງ​ມີ​ທີ່​ປຶກ​ສາ​ທີ່​ດີ​ຄອຍ​ຖ້າ​ໃຫ້​ຄຳ​ແນະ​ນຳ ຄອຍ​ຖ້າ​ໃຫ້​ການ​ສະໜັບ​ສະໜູນ ຈຶ່ງ​ຈະ​ເກີດ​ຄວາມ​ສຳ​ເລັດ
ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ຊ່ວງ​ນີ້ ແລະ ​ເກີດ​ຄວາມ​ຮູ້ສຶກ​ດີ​ໃຈ​ຫລາຍ​ໆ ຄວາມ​ຮັກບໍ່​ມີ​ເວລາ​ທຸ້ມເທ​ໃນ​ເລື່ອງ​ຄວາມ​ຮັກ​ເລີຍ ເພາະ​ຕົນເອງ​ນັ້ນ​ມີ​ພາລະ​ກິດ​ຫລາຍ​ເປັນ​ພິເສດ
ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​7

ຄົນເກີດວັນເສົາ:ການ​ງານຊ່ວງ​ນີ້​ງານ​ເຂົ້າ​ມາຫລາຍ ມີ​ການ​ຕິດ​ຕໍ່​ປະ​ສານ​ງານ​ທີ່​ຄ່ອນ​ຂ້າງ​​ຫລາຍ​ເປັນ​ພິເສດ ການ​ເງິນຫາ​ເງິນ​ເຂົ້າ​ມາ​ໄດ້​ເພີ່ມເຕີມ​ຢ່າງ​ຕໍ່​ເນື່ອງ ​ແລະ ​ເປັນ​ໂຊ​ກດີ ມີ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ ຄວາມ​ຮັກຈະ​ພົບ​​ໃຜ​ບາງ​ຄົົນທີ່​ຈະ​ເຂົ້າ​ມາ​ໃຫ້​ຄວາມ​ຮັກ​ແທ້​ ແລະ ​ຄວາມ​ຈິງ​ໃຈ ພ້ອມ​ມອບ​ສິ່ງ​ດີ​ໆໃຫ້ ເຄື່ອງມຸງຄຸນ​ເພັດສີຂາວ ສີມຸງຄຸນສີບົວ
ເລກ​ນຳ​ໂຊກ​3

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.