ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ວັນທີ 28 ກຸມພາ 2023 ນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປາກ ຊຶງ ແລ (PAK SEUNG RAE) ປະທານບໍລິສັດ ຊັນວູດ ພາວເວີເທັກ(SUNWOO POWERTECH) ຈາກ ສ ເກົາຫລີ ໃນໂອກາດການມາເຄື່ອນໄຫວຢ້ຽມຢາມ ແລະ
ເຮັດວຽກຢູ່ແຂວງເຊກອງຄັ້ງນີ້ ເພື່ອເກັບກຳຂໍ້ມູນ, ສຶກສາຄົ້ນຄວ້າແລະວາງແຜນພັດທະນາຂົງເຂດກະສິກໍາເພື່ອສົ່ງອອກ ຮ່ວມກັບຂະແໜງ ການກ່ຽວຂ້ອງຂອງແຂວງເຊກອງ ຕາມທ່າແຮງ ແລະ ຍຸດທະສາດການພັດທະນາວຽກງານກະສິກໍາ-ປ່າໄມ້ຂອງ ສປປ ລາວ ກໍຄື ແຂວງເຊກອງ.
ໂອກາດນີ້, ທ່ານເຈົ້າແຂວງເຊກອງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ມີຍິນດີເປັນຢ່າງຍິ່ງທີ່ຜູ້ປະກອບການ ກໍຄື ນັກລົງທຶນຈາກ ສ ເກົາຫລີ ມີຄວາມສົນໃຈຢາກມາຮ່ວມລົງທຶນ ແລະ ພັດທະ ນາຢູ່ແຂວງເຊກອງ ໂດຍໄດ້ມອບໃຫ້ຂະແໜງການທີ່ກ່ຽວຂ້ອງ ໃຫ້ການຮ່ວມມື ແລະ ນຳສະເໜີຕາມຂັ້ນຕອນຂອງການລົງທຶນ ແລະ ຕາມທ່າ
ແຮງບົ່ມຊ້ອນ, ຄວາມອາດສາມາດຕົວຈິງຂອງແຂວງ ໃຫ້ແກ່ບໍລິສັດໃນການສຶກສາຄົ້ນຄວ້າ ເພື່ອກ້າວໄປເຖິງການລົງທຶນພັດທະນາໃນຕໍ່ໜ້າ. ທັງນີ້, ກໍເພື່ອຊຸກຍູ້ສົ່ງ ເສີມການສົ່ງອອກ, ສ້າງວຽກເຮັດງານທຳ, ສ້າງລາຍໄດ້ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກໍຄື ອົງຄະນະພັກແຂວງເຊກອງ ວາງອອກ.
ຂ່າວ-ພາບ: ສັນຍາ