ເກີດເຫດນັກຮຽນຂີ່ລົດຈັກຊ້ອນ 3 ສວນເລນ ຕຳກັບລົດເກັງ ເສຍຊີວິດຄາທີ່ 1 ຄົນ

0
234

ເກີດອຸປະຕິເຫດນັກຮຽນຂັບຂີ່ລົດຈັກຊ້ອນກັນສາມຄົນ ຂັບຂີ່ສວນທາງໄປຕຳໃສ່ລົດເກັງ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ, ບາດເຈັບສາຫັດ 2 ຄົນ ຢູ່ເຂດບ້ານຫຼວງ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ.

ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນເວລາປະມານເວລາ 20:00 ໂມງ ຂອງວັນທີ 16 ກຸມພາ 2023 ໄດ້ມີລົດເກັງ ໂຕໂຍຕ້າ, ສີຂາວ, ທະບຽນ ຄສ 0234 ກຳແພງນະຄອນ, ຂັບຂີ່ໂດຍທ້າວ ຈ໋າຍແຝງ ອາຍຸ 38 ປີ ຢູ່ບ້ານນ້ຳແງ້ນ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ຂັບຂີ່ອອກມາຈາກບ້ານປຸງ ເມືອງ

ຫຼວງນ້ຳທາ ຈະໄປເທດສະບານແຂວງ ແລ່ນຢູ່ໃນເລນຂວາມືຂອງຕົນ ໄປຕໍາໃສ່ລົດຈັກ ຮອນດ້າ ບໍ່ມີປ້າຍທະບຽນ ຂັບຂີ່ຊ້ອນກັນອອກຈາກເສັ້ນທາງຮ່ອມບ້ານວຽງໃຕ້ ທີ່ແລ່ນຢູ່ໃນເລ່ນຊ້າຍ (ຂີ່ສວນທາງ) ເຮັດໃຫ້ ທ້າວ ສາຍທອງ ອາຍຸ 16 ປີ ນັກຮຽນ ຢູ່ບ້ານນ້ຳດີ (ຜູ້ຂັບເສຍຊີວິດ), ທ້າວ ນູ ອາຍຸ 16 ປີ ນັກຮຽນ ຢູ່ບ້ານວຽງເງິນ (ຜູ້ຊ້ອນ

ທ້າຍ1) ໄດ້ຮັບບາດເຈັບສາຫັດ, ທ້າວ ໄກສອນ ອາຍຸ 16 ປີ, ນັກຮຽນ ຢູ່ບ້ານ ວຽງທອງ (ຜູ້ຊ້ອນທ້າຍ2) ໄດ້ຮັບບາດເຈັບສາຫັດ, ທັງ 3 ຄົນ ແມ່ນຢູ່ເມືອງ ຫຼວງນ້ຳທາ ແຂວງ ຫຼວງນ້ຳທາ.

ອຸປະຕິເຫດດັ່ງກ່າວ, ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ 1 ຄົນ ແລະ ຜູ້ຊ້ອນທ້າຍ 2 ຄົນ ໄດ້ຮັບບາດເຈັບສາຫັດ ພາຫະນະເປ່ເພສົມຄວນທັງ 2 ຄັນ, ມູນຄາເສຍຫາຍປະມານ 70.000.000 ກວ່າກີບ.

ແຫຼ່ງຂ່າວ ວາລະສານ ປ້ອງກັນຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.