ເຈົ້າໜ້າທີ່ໄທ ບຸກທຳລາຍສາງຈຳໜ່າຍອາໄຫລ່ລົດຈັກປອມຫລາຍກວ່າ 200.000 ອັນ

0
54

ເຈົ້າໜ້າທີ່ໄທ ບຸກທຳລາຍສາງຈຳໜ່າຍອາໄຫລ່ລົດຈັກປອມຫລາຍກວ່າ 200.000 ອັນ ສຳນັກຂ່າວຊ່ອງ 3 ໄທລາຍງານໃຫ້ຮູ້ວ່າ: ວັນທີ 1 ມີນາ 2023 ນີ້, ເຈົ້າໜ້າທີ່ຕຳຫລວດ ຮ່ວມກັບເຈົ້າໜ້າທີ່ກົມຊັບສິນທາງປັນຍາ ກະຊວງພານິດ, ເຈົ້າໜ້າທີ່ສູນປາບປາມການລະເມີດຊັບສິນທາງປັນຍາ ນຳໝາຍສານຈັງຫວັດນະຄອນປະຖົມ ເຂົ້າກວດຄົ້ນສາງຕຳບົນ ຂຸນແກ້ວ, ອຳເພີ ນະຄອນໄຊສີ ຈັງຫວັດ ນະຄອນປະຖົມ ຫລັງຮູ້ວ່າມີການເປີດໃຊ້ເປັນສະຖານທີ່ເກັບ ແລະ ຈຳໜ່່າຍສິນຄ້າປະເພດອາໄຫລ່ລົດປອມ.

ຈາກການກວດສອບ ພົບສິນຄ້າປະເພດອາໄຫລ່ລົດຈັກຫລາຍລາຍການເປັນຕົ້ນແມ່ນ: ໂສ້ລົດ, ເຟືອງ, ຫົວທຽນ, ຈານດິສເບຣດ ເຊິ່ງມີການປອມແປງເຄື່ອງໝາຍສິນຄ້າເປັນຍີ່ຫໍ້ດັງເຊັ່ນ: HONDA YAMAHA ລູກປືນNSK ໂສ້-ສະເຕີ ຍີ່ຫໍ້JOMTHAI ຫົວທຽນຍີ່ຫໍ້ DENSO ລວມທັງໝົດ 200.000 ກວ່າອັນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.