ສະລົດໃຈ ເສຍຊີວິດ 1 ຄົນ ເຫດລົດຈັກຕົກຮ່ອງເຂດກໍ່ສ້າງ ບໍລິເວນບ້ານໜອງປາໃນ

0
56

ເຫດລົດຈັກຕົກຮ່ອງເຂດກໍ່ສ້າງ ບໍລິເວນບ້ານໜອງປາໃນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ຈາກການເຜີຍແຜ່ຂອງພົນລະເມືອງດີໃຫ້ຮູ້ວ່າ: ໃນຕອນເຊົ້າຂອງ 3/3/2023 ມື້ນີ້ ພົບມີຄົນຂີ່ລົດຕົກຮ່ອງນ້ຳເສຍຊີວິດ ເປັນລົດຈັກຍີ່ຫໍ້ ຮອນດ້າ ສະກຸບບີ້ ສີຂາວຟ້າ ປ້າຍ ຍລ 5705, ເຊິ່ງໄດ້ປະກາດຫາພີ່ນ້ອງຜູ້ເສຍຊິວິດ ເລື້ອງນີ້ຈະ

ໂທດໃຜດີ ລະຫວ່າງຜູ້ກໍ່ສ້າງ ຫຼື ຜູ້ເສຍຊີວິດທີ່ຂັບຂີ່ໂດຍບໍ່ລະມັດລະວັງ ແຕ່ຈະວ່າໄປເລື້ອງແບບນີ້ບໍ່ມີຢາກໃຫ້ເກີດຂຶ້ນ ສະນັ້ນເຮົາຕ້ອງມີສະຕິໃນການຂັບຂີ່ ຖ້າເມົາ ຫຼື ເມື່ອຍ ກໍ່ຄວນຫຍຸດກ່ອນແລະຈຶ່ງໄປຕໍ່ ເພາະຖ້າເກີດຫັຍງຂຶ້ນມາມັນບໍ່ຄຸ້ມຄ່າເລີຍ ເສຍທັງເງິນ ເສຍເວລາ ດີບໍ່ດີເສຍຊີວິດ ບາດເຈັບເລືອດຕົກຢາງອອກ ຄອບຄົວເສຍໃຈຢາກໃຫ້ທຸກຄົນລະມັດລະວັງຕື່ມໃນການຂັບຂີ່ເພື່ອຊີວິດແລະເພື່ອຄອບຄົວຂອງເຮົາເອງ. ສຸດທ້າຍຂໍສະແດງຄວາມເສຍໃຈນຳຄອບຄົວຕໍ່ການຈາກໄປໃນເຫດການໃນຄັ້ງນີ້ດ້ວຍ


ສະລົດໃຈ ເສຍຊີວິດ 1 ຄົນ ເຫດລົດຈັກຕົກຮ່ອງເຂດກໍ່ສ້າງ ບໍລິເວນບ້ານໜອງປາໃນ


ສະລົດໃຈ ເສຍຊີວິດ 1 ຄົນ ເຫດລົດຈັກຕົກຮ່ອງເຂດກໍ່ສ້າງ ບໍລິເວນບ້ານໜອງປາໃນ


ສະລົດໃຈ ເສຍຊີວິດ 1 ຄົນ ເຫດລົດຈັກຕົກຮ່ອງເຂດກໍ່ສ້າງ ບໍລິເວນບ້ານໜອງປາໃນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.