ທະນາຄານການຄ້າ ຊີ້ແຈງປະເດັນການຈຳໜ່າຍພັດທະບັດ ສຳເລັດໃນເວລາອັນສັ້ນ

0
75

ວັນທີ 28 ກຸມພາ 2023 ຜ່ານນີ້  ທະນາຄານແຫ່ງ ສປປ ລາວ ໄດ້ເປີດຈຳໜ່າຍພັນທະບັດ ງວດທີ 2 ຄັ້ງທີ 2 ໃນມູນຄ່າ 1000 ຕື້ກີບ ຜ່ານທະນາຄານທຸລະກິດ 7 ແຫ່ງ ເຊິ່ງເຮັດໃຫ້ມວນຊົນສົນໃຈຫລາຍເປັນພິເສດ.

1 ກໍລະນີທີ່ເກີດຂຶ້ນກໍຄື ມີຜູ້ສົນໃຈທ່ານໜຶ່ງ ເຂົ້າໄປຊື້ພັນທະບັດ ຢູ່ທະນາຄານການຄ້າ ສາຂາແຂວງສະຫວັນນະເຂດ, ໂດຍລາວເປັນຜູ້ທຳອິດທີ່ເຂົ້າກົດບັດຄິວ ຕາມໂມງເວລາທີ່ກຳນົດຄັກແນ່ ແຕ່ສຸດທ້າຍໄດ້ຮັບຄຳຕອບວ່າ “ພັນທະບັດໝົດແລ້ວ” ເຮັດໃຫ້ຫລາຍຄົນຂ້ອງໃຈວ່າເກີດຫຍັງຂຶ້ນ ມີນອກໃນກັນຫລືແນວໃດ ແລະ ການວິພາກວິຈານໄປຕ່າງໆນານາ.

ຫລ້າສຸດ ວັນທີ 2 ມີນາ 2023 ນີ້ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ເຮັດໜັງສືຊີ້ແຈ້ງວ່າ:ຄວາມຕ້ອງການຊື້ພັນທະບັດ ທຫລ ຂອງລູກຄ້າ ມີຈໍານວນຫຼວງຫລາຍ ເມື່ອທຽບໃສ່ຈໍານວນພັນທະບັດທີ່ ອອກຈໍາໜ່າຍ;

ການຈໍາໜ່າຍພັນທະບັດ, ທຄຕລ ໄດ້ນໍາໃຊ້ຮູບແບບການຈໍາໜ່າຍ ແບບລວມສູນໃນລະບົບສ່ວນກາງ ແລະ ຕັດຍອດພ້ອມກັນທັນທີທົ່ວລະບົບ ໃນຈໍານວນ 256 ປ່ອງບໍລິການ ເຊິ່ງປະກອບມີ 1 ສໍານັກງານໃຫຍ່, 20 ສາຂາ ແລະ 97 ໜ່ວຍບໍລິການ ໃນຂອບເຂດທົ່ວປະເທດ ເຮັດໃຫ້ການຈໍາໜ່າຍພັນທະບັດ ທຫລ ໃນຄັ້ງນີ້ສໍາເລັດໃນເວລາອັນສັ້ນ.

ສໍາລັບລູກຄ້າ ທີ່ບໍ່ສາມາດຊື້ພັນທະບັດ ທຫລ ໃນຄັ້ງນີ້, ທຄຕລ ຕ້ອງຂໍອະໄພເປັນຢ່າງສູງມານະທີ່ນີ້ດ້ວຍ. ພ້ອມດຽວກັນນັ້ນ ທຄຕລ ຈະນໍາເອົາບົດຮຽນໃນຄັ້ງນີ້ໄປປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນຕື່ມເພື່ອສ້າງຄວາມປະທັບ ໃຈໃຫ້ລູກຄ້າ ໃນຕໍ່ໜ້າ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.