ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 3 ມີນາ 2023 ການງານ ການເງິນ ຄວາມຮັກ

0
204

ຄົນເກີດວັນອາທິດ:ການ​ງານການເດີນທາງ​ຕິດ​ຕໍ່​ການ​ເຈລະຈາ​ກັບ​ລູກ​ຄ້າ​ເພື່ອ​ສ້າງ​ຄອນ​ເນັກ​ຊັນ​ທາງ​ທຸລະກິດ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນມີ​ໂອ​ກາດ​ສູນ​ເສຍ​ເງິນ​ໃຫ້​ບໍລິວານ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກຈະ​ພົບ​​ສະຖານະການ​ທີ່​ບໍ່​ຊັດເຈນເຂົ້າມາໃຫ້ພົບກ່ຽວກັບເລື່ອງຂອງຄວາມຮັກ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ​ສີແດງ ເລກ​ນຳ​ໂຊກ​8

ຄົນເກີດວັນຈັນ:ການ​ງານເຮັດ​ທຸລະກິດ​ຂາຍ​ນ້ຳ​ດື່ມ​ເພື່ອ​ສຸຂະພາບ​ຈະ​ເຮັດໃຫ້​ໄດ້​ຜົນ​ກຳ​ໄລ​ຫຼາຍ ການ​ເງິນຈະ​ພ​ົບວ່າ​ລາຍ​ຈ່າຍ​ມີ​ຫຼາຍ​ເປັນ​ພິເສດຕ້ອງຄອບຄຸມລາຍຈ່າຍໃຫ້ຫຼາຍ
ຄວາມ​ຮັກ​ເກີດ​ການ​ຂັດ​ແຍ້ງ​ປະ​ທະ​ຄາ​ລົມ​ກັບ​ຄົນ​ຮັກ ອາດກໍໃຫ້ເກີດບັນຫາພາຍຫຼັງຕາມມາ ເຄື່ອງມຸງຄຸນ​  ໄຂ່ມຸກ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​7

ຄົນເກີດວັນອັງຄານ:ການ​ງານເຮັດວຽກ​ຮັບ​ເປັນ​ທີ່​ປຶກ​ສາ ຫຼື​ ເຮັດ​ທຸລະ​ກິດຈະການ​ຄ້າ​ທາງດ້ານຊັບສິນຈະໄດ້​ຜົນ​ກຳ​ໄລດີ ການ​ເງິນຈະ​ພົບ​ເລື່ອງ​ເສຍ​ເງິນ​ແບບ​ບໍ່​ຄາດ​ຝັນເຂົ້າມາໃຫ້ທ່ານຕ້ອງໃຊ້ຈ່າຍຫຼາຍກວ່າ ຄວາມ​ຮັກສຸກ​ສົມ​ຫວັງ​ໃນ​ຊີວິດ​ຮັກ ເຄື່ອງມຸງຄຸນ​  ​ຫິນນໍາໂຊກສີແດງ ສີມຸງຄຸນສີມ່ວງ ເລກ​ນຳ​ໂຊກ​  9

ຄົນເກີດວັນພຸດ:ການ​ງານ​ ມີ​ໂອ​ກາດ​ເດີນທາງ​ໄກ​ຕິດ​ຕໍ່​ລູກ​ຄ້າ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນຈະ​ພົບ​ຄ່າ​ໃຊ້​ຈ່າຍ​ເງິນ​ກ່ຽວກັບ​ການ​ທີ່​ຈະ​ຕ້ອງ​ມາ​ເບິ່ງ​ແຍງ​ຊ່ອມ​ແຊມ​ຂອງ​ໃຊ້​ທີ່​ເສຍຫາຍໄປ ຄວາມ​ຮັກຍັງ​ບໍ່​ໄດ້ຮັບ​ຄວາມ​ຊັດເຈນ​ໃນເລື່ອງ​ຄວາມ​ຮັກ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​2

ຄົນເກີດວັນພະຫັດ:ການ​ງານເຮັດ​ທຸລະກິດ​ສື່​ໂຄສະ​ນາ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ອາດ​ພົບ​ຄົນທີ່​ບໍ່​ດີ​ມາ​ເຂົ້າມາ​ເພື່ອ​ຂໍ​ຢືມ​ເງິນ​ແລ້ວ​ລາວອາດ​ບໍ່​ຊົດ​ໃຊ້​ຄືນ​ໃຫ້ທ່ານ ຄວາມ​ຮັກມີ​ໂອ​ກາດ​ພົບ​ຄົົນທີ່​ມີ​ສະເໜ່ ຢູ່ໃນ​ເກນ​ຜິວ​ສອງ​ສີ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​9

ຄົນເກີດວັນສຸກ:ການ​ງານການ​ຕັດ​ສິນ​ໃຈ​ລົງ​ທຶນ​ເຮັດ​ທຸລະກິດ​ຜິດ​ພາດ​ເຮັດໃຫ້​ຂາດ​ທຶນ ທ່ານຕ້ອງໃສ່ໃຈໃຫ້ຫຼາຍກວ່ານີ້ ການ​ເງິນອາດຈະ​ຕ້ອງ​ກູ້​ໜີ້​ຢືມ​ສິນ ຫຼື ​ຂໍສິນ​ເຊື່ອຈາກ​ທະນາ​ຄານ ຄວາມ​ຮັກ​  ເກີດ​ຄວາມ​ກັງ​ວົນ​ໃຈ​ກັບ​ຄວາມ​ສຳພັນ​ທີ່​ເບິ່ງ​ຫ່າງເຫິນກັນເກີນໄປຕ້ອງລະວັງເລື່ອງຂອງອາລົມໃຫ້ຫຼາຍ ເຄື່ອງມຸງຄຸນ​​ຫິນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​   8

ຄົນເກີດວັນເສົາ:ການ​ງານເຮັດວຽກ​ດ້ວຍ​ຄວາມ​ລະອຽດ​ຮອບ​ຄອບ ພົບ​​ການ​ປ່ຽນ​ແປງ​ຍົກ​ຍ້າຍ​ໄດ້​ຕຳແໜ່ງ​ຫນ້າທີ່​ໃໝ່​ໄດ້​ຄ່າ​ຕອບ​ແທນ​ທີ່​ຄຸ້ມ​ຄ່າ ການ​ເງິນມີ​ໂອ​ກາດ​ທີ່​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ເຂົ້າ​ມາ​ເພື່ອ​ທີ່​ຈະ​ໄປ​ຈ່າຍ​ຊຳ​ລະໜີ້ສິນຂອງທ່ານ ຄວາມ​ຮັກຄວນຫາເວລາລົມນໍາຄົນຮັກ ແລະ ພະຍາຍາມຕາມໃຈຄົນຮັກໃຫ້ຫຼາຍກວ່າປົກກະຕິ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​  4

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.