ແຈ້ງການ ຈາກກົມພາສີສໍາລັບອຸປະກອນ ໂທລະຄົມມະນາ ຄົມແລະໄອຊີທີ ຖ້າບໍ່ມີໃບຢັ້ງຢືນມາດຕະຖານແມ່ນບໍ່ອະນຸຍາດໃຫ້ນໍາເຂົ້າລາວ ຢ່າງເດັດຂາດ

0
232

ແຈ້ງການ!! ກົມພາສີ ຂໍແຈ້ງມາຍັງບັນດາຫົວຫນ້າພາສີປະຈໍາແຂວງ, ນະຄອນຫຼວງ ແລະ ຫົວຫນ້າດ່ານພາສີສາກົນໃນຂອບເຂດ ທົ່ວປະເທດ ໃຫ້ເອົາໃຈໃສ່ໃນການຄຸ້ມຄອງ, ກວດກາໃບຢັ້ງຢືນມາດຕະຖານເຕັກນິກສໍາລັບອຸປະກອນ ໂທລະຄົມມະນາ ຄົມ ແລະ ໄອຊີທີ (ICT) ຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງອຸປະກອນໂທລະ

ຄົມມະນາຄົມ ແລະ ໄອຊີທີ (ICT) ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະບັບເລກທີ 3583/ກຕສ, ລົງວັນທີ 13 ທັນວາ 2022 (ລາຍການສິນຄ້າ, ເຄື່ອງ ຂອງລະອຽດ ຕາມເອກະສານຊ້ອນ 5 ແລະ ເອກະສານຊ້ອນທ້າຍ 6) ຢ່າງເຂັ້ມງວດ.

ລາຍການສິນຄ້າ, ເຄື່ອງຂອງດັ່ງກ່າວ ຕ້ອງມີໃບຢັ້ງຢືນມາດຕະຖານເຕັກນິກຈາກກົມຄື້ນຄວາມຖີ່ວິທະຍຸສື່ສານ (ກະຊວງ ເຕັກໂນໂລຊີ ແລະ ການສື່ສານ) ເສຍກ່ອນ ຈຶ່ງສາມາດປະກອນໃບແຈ້ງພາສີເປັນລາຍລະອຽດຕາມລະບຽບການ ໄດ້. ຖ້າບໍ່ມີໃບຢັ້ງຢືນມາດຕະຖານເຕັກນິກຈາກກົມຄື້ນຄວາມຖີ່ວິທະຍຸສື່ສານ ແມ່ນບໍ່ອະນຸຍາດໃຫ້ນໍາເຂົ້າ ສປປ ລາວ ຢ່າງ ເດັດຂາດ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.