ໄຟໄໝ້ບ້ານສະໝິງເສຍຫາຍຫຼາຍຕື້ ພ້ອມຈັບຕົວຜູ້ກໍ່ເຫດເກີດເຫດໄຟໄໝ້ ບ້ານສະໝິງ, ເມືອງປະທຸມພອນ ແຂວງຈໍາປາສັກ ໃນເວລາປະມານ 10:55 ຂອງວັນທີ 2 ມີນາ 2023, ໃຊ້ເວລາຫຼາຍຊົ່ວໂມງຈິ່ງສາມາດຄບຄຸມໄດ້, ລາຍງານເບື້ອງຕົນເສຍຫາຍ 5 ຕື້ກວ່າກີບ; ພ້ອມຈັບຕົວຜູ້ກໍ່ເຫດມາສອບສວນ.
ສາເຫດແມ່ນເກີດຈາກ ທ້າວ ລັ່ງ ອາຍຸ 19 ປີ ປະຊາຊົນຢູ່ບ້ານສະຫມິງ ເປັນຄົນຈູດ, ເຈົ້າໜ້າທີ່ໄດ້ຈັບຕົວຜູ້ກ່ຽວມາດຳເນີນການສອບສວນຫາສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດ.
ປັດຈຸບັນ, ມີຫຼາຍພາກສ່ວນໄດ້ເດີນທາງມາຊ່ວຍເຫຼືອສິ່ງຂອງຈຳເປັນ ເພື່ອບັນເທົາທຸກເບື້ອງຕົ້ນແກ່ປະຊາຊົນເຮືອນທີ່ຖືກໄຟໄໝ້ບ້ານໃນຄັ້ງນີ້.ສາເຫດ ແລະ ຄວາມເສຍຫາຍຈະແຈ້ງຕື່ມພາຍຫຼັງ