ພົບຮ່າງແລ້ວ ເຫດຄົນໂດດລົງນໍ້າກ້ອງຂົວນໍ້າຂອງ ແຂວງສະຫວັນນະເຂດ

0
182

ສິ້ນສຸດພາລະກິດຕາຫາຄົນໂດດລົງນໍ້າກ້ອງຂົວນໍ້າຂອງ ແຂວງສະຫວັນນະເຂດ ວັນທີ 2 ມີນາ 2023 ຜ່ານມາ ມີຊາຍໜຸ່ມໂດດລົງນໍ້າກ້ອງຂົວ ບ້ານນາແກ ນະຄອນໄກສອນ ແຂວງສະຫວັນນະເຂດ (ຂົວຂ້າມນໍ້າຂອງ)

ເຊິ່ງໄດ້ມີຫລາຍພາກສ່ວນຊ່ວຍເຫລືອໃນການຄົ້ນຫາ.ຫລ້າສຸດ ວັນທີ 4 ມີນາ 23 ນີ້ ໄດ້ຄົ້ນພົບສົບແລ້ວ ໂດຍຜູ້ໃຊ້ເຟສບຸກ Nitsa Psm ໂພສວ່າ:

ຂ້າພະເຈົ້າໃນນາມ ເອື້ອຍຮັກກັບຜູ້ເສຍຊີວິດ ຄົນບ້ານດຽວກັນ ຂໍຂອບໃຈໝູ່ຄູ່ ອ້າຍເອື້ອຍນ້ອງທຸກຄົນທີ່ຊ່ວຍເຫລືອ ກິນທານນຳຄອບຄົວຜູ້ເສຍຊີວິດ ຂໍໃຫ້ບຸນກຸສົນທີ່ທຸກຄົນໄດ້ເຮັດໄດ້ສ້າງໃນມື້ນີ້ື

ເປັນສະພານບຸນໃຫ້ທ້າວ ບຸນທະວີ ຫຼື ທ້າວຫຳນ້ອຍ ອາຍຸ20ປີ ບ້ານນາແກ ແຂວງສະຫວັນນະເຂດ ຂໍໃຫ້ ໄປເກີດດີເຖິງສຸກ ເກີດໃນພົບພູມທີ່ດີ ແລະຂໍຂອບໃຈທຸກຄົນທຸກພາກສ່ວນທີ່ຊ່ອຍເຫຼືອຕັ້ງແຕ່ຕົ້ນຈົນຈົບ ຈົນພົບສົບໃນມື້ນີ້


ສົບຜູ້ເສຍຊິວິດແມ່ນບຳເພັນກຸສົນຢູ່ວັດ ບ້ານນາແກ ແຂວງສະຫວັນນະເຂດ. ສະແດງຄວາມເສຍໃຈກັບເຫດການທີ່ເກີດຂຶ້ນດ້ວຍ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.