ສະລົດໃຈ ນີ້ບໍ້ຄວາມຮັກ ໜຸ່ມໃຊ້ປືນປິດຊີບແຟນສາວ ເສຍຊີວິດ R.I.P ເດີ້

0
142

ໃນເວລາ 19:00 ໂມງ ທີ 3/3/2023 ເກີດເຫດຍິງກັນຜູ້ກໍ່ເຫດຊື່ວ່າ ທ້າວ ດອນ ອາຍຸ 28 ປີ ໂດຍໃຊ້ປືນສັ້ນ ຍິງ ນາງ ລີ່ຕາ ອາຍຸ 23 ປີ, ເສຍຊີວິດໃນຂະນະນຳຕົວສົ່ງໂຮງຫມໍ, ເຫດເກີດທີ່ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ

ປັດຈຸບັນ, ຜຸ້ກໍ່ເຫດແມ່ນໄດ້ເອົາຕົວຫລົບຫນີ, ສ່ວນສາເຫດຍັງບໍ່ຮູ້ສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດໃນຄັ້ງນີ້ ບອກເລີຍເປັນອີກໜຶ່ງອຸທາຫອນ ເລືອກຄົນຜິດຄິດຈົນໂຕຕາຍ ວ່າດ້ວຍເລື່ອງຄວາມຮັກ ບໍ່ມີໃຜຢາກເຈິແບບນີ້ ແມ່ນໃຜກໍ່ຕ້ອງການຄາມຮັກທີ່ດີ ເຂົ້າອົກເຂົ້າໃຈກັນ ໃຫ້ກຽດກັນບໍ່ຢາກຜິຖິດຖຽງກັນ ແຕ່ກໍ່ຄືວ່າຄົນຮັກກັນ

ມັນກໍ່ປາສະຈາກບໍ່ໄດ້ທີ່ຈະມີການຜິດຖຽງກັນ ຫຼືຫຍັງກໍແລ້ວແຕ່ ອາລົມຊົ່ວວູບ ຄວາມຫຶງຫວງ ຄວາມຄຽດ ໝຶນ ເກີດຂຶ້ນໄດ້ ແຕ່ໃຜແນ່ຈະຖະນຸຖະໜອມ ໃຜແນ່ຈະອົດ ມີຫຍັງກໍຢາກໃຫ້ລົມກັນດີດີເດີ້ ບໍ່ນ້າເຮັດແບບນີ້ເລີຍ ຊີວິດຄົນທັງຄົນ ເພາະເກີດແບບນີ້ຂຶ້ນມັນມີແຕ່ຄົນເສຍໃຈ ຍ້ອນອາລົມຊົວວູບແຄ່ຄັ້ງດຽວເຮັດໃຫ້ຊີວິດມີການປ່ຽນໄປເລີຍ

ບໍ່ວ່າຈະເີັດຫັຍງຈື່ໄວ້ວ່າຊີວິດເຮົາເປັນໂຕກຳນົດເອງ ພາດໄປແລ້ວເອົາຄືນມາບໍ່ໄດ້ ແລະຢ່າມາຄິດເສຍໃຈໃນພາຍຫຼັງ ສຸດທ້າຍນີ້ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດດ້ວຍ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.