ເກີດແຜ່ນດິນໄຫວ ຄວາມແຮງສັ່ນສະເທືອນ 2.3 ຣີກເຕີ ຢູ່ແຂວງໄຊຍະບູລີ ຂປລ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນຂອບ ເຂດທົ່ວປະເທດ ໃນວັນທີ 4 ມີນາ 2023 ເວລາ 22:32 ໂມງ ໄດ້ພົບສັນຍານ ເກີດແຜ່ນດິນໄຫວ 01 ຄັ້ງໃນບໍລິເວນ
ແຂວງໄຊຍະບູລີ ຈຸດສູນກາງເສັ້ນ ຂະໜານທີ່ 18.349 ອົງສາເໜືອ ແລະ ເສັ້ນແວງທີ່ 101.449 ອົງສາ ຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.3 ຣີກເຕີ ເຊິ່ງມີ ຄວາມເລິກຈາກເທິງໜ້າດິນປະມານ 06 ກິໂລແມັດ ຈຸດສູນກາງເກີດ ແຜ່ນດິນໄຫວຢູ່ທີ່ບໍລິເວນບ້ານນໍ້າລິນ ເມືອງປາກລາຍ ແຂວງໄຊຍະບູລີ ເຊີ່ງຈຸດເກິດແຜ່ນດິນໄຫວແມ່ນຫ່າງຈາກເທສະບານ ເມືອງປາກລາຍ ປະມານ 15 ກິໂລແມັດ. ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.