ແຫລ່ງຂ່າວແຂວງຄຳມ່ວນ ລາຍງານວ່າ: ເຈົ້າໜ້າທີ່ພະແນກຕຳຫລວດເສດຖະກິດ ປກສ ແຂວງຄຳມ່ວນ ໄດ້ມອບລົດໃຫຍ່ມອບລົດໃຫຍ່ທີ່ຖືກເຈດຕະນາຍັກຍອກຊັບຈາກຄົນສະໜິດ ມອບຄືນໃຫ້ເຈົ້າຂອງເດີມ ໃນວັນທີ 3 ມີນາ 2023, ໂດຍການກ່າວມອບຂອງ ທ່ານ ພັທ ພູໄທ ແສງສະຫວ່າງ ຮອງຫົວໜ້າພະແນກຕຳຫລວດເສດຖະກິດ ແລະ
ກ່າວຮັບຂອງ ທ້າວ ທະວີຣິດ ເມືອງອິນ, ສັນຊາດໄທ, ອາຊີບ ຄ້າຂາຍ, ປັດຈຸບັນຢູ່ບ້ານ ຄອງຂ່ອຍ ເມືອງ ປາກເກັດ, ແຂວງ ນົນທະບູລີ (ປະເທດໄທ).
ເຊິ່ງລົດຄັນດັ່ງກ່າວນັ້ນທາງເຈົ້າໜ້າທີ່ໄດ້ເກັບກູ້ຄືນຈາກຄົນຮ້າຍ ຊື່ ທ້າວ ຕາວັນ ບຸນເສີມ ແລະ ນາງໜື່ນ ເພັງພົງສະຫວັນ (ນຸດ) ເຊິ່ງພວກກ່ຽວແມ່ນມີເຈດຕະນາ
ຍັກຍອກຊັບ ໂດຍການສວຍໃຊ້ຄວາມໄວ້ເນື້ອເຊື່ອໃຈທີ່ ທ້າວ ທະວີຣິດ ເມືອງອິນ ມອບລົດ ຍີ່ຫຍໍ້ MITSUBISHI ລຸ້ນ PAJERO SPORT ສີຂາວ ປ້າຍທະບຽນ ນຣ 4588 ກຸງເທບມະຫານະຄອນ ໃຫ້ຮັກສາໄວ້ ແຕ່ພວກກ່ຽວໄດ້ນໍາເອົາລົດຄັນດັ່ງກ່າວລັກຂ້າມຝັ່ງລາວ.