ທຸກຄົນຄິດແບບໃດກັບເຫດການນີ້ ກໍລະນີເດັກນ້ອຍລັກເຂົ້າໜົມແລ້ວມັດໄວ້ກັບລົດຈັກແບບນີ້ ເກີດກະແສວິພາກວິຈານ ສ່ວນຫຼາຍມີແຕ່ຄົນວ່າບໍ່ເຫັນດີນຳກັບການເຮັດພຶດທີ
ກຳແບບນີ້ວ່າບໍ່ສົມຄວນກັບເດັກນ້ອຍ ແບບນີ້ ບາງຄົນກໍ່ວ່າສົມຄວນເພື່ອຢາກສັ່ງສອນໃຫ້ຈື່ ຈຶ່ງເກີດເປັນກະແສວິພາກເກີດຂຶ້ນຫຼາຍຄົນຫຼາຍຄວາມຄິດ ແລະແອັດເອງກໍ່
ຄິດວ່າບໍ່ສົມຄວນການສັ່ງສອນ ບໍ່ຈຳເປັນຕ້ອງເຮັດແບບນັ້ນກໍ່ໄດ້ ມັນມີວິທີ ດ້ວຍການບອກ ຫຼື ເອົາເຫດຜົນມາລົມນຳອະທິບາຍເພື່ອໃຫ້ເດັກເຂົ້າໃຈ ບໍ່ແມ່ນວ່າເຫັນເປັນ
ເດັກນ້ອຍຈະເຮັດແບບໃດກໍ່ໄດ້ ແລະ ອີກຢ່າງຢູ່ໃນຄລິບວິດີໂອ ມີທັງຄູ ມີທັງ ຜູ້ໃຫ່ຍຢູ່ນຳກັນຫຼາຍຄົນກັບບບໍ່ເຮັດຫັຍງ ບໍ່ເຫັນຊ່ວຍເດັກຫຼື ຈະແກະເຊືອກອອກຈາກໂຕເດັກນ້ອຍເລີຍ
ອີຕົນນອ້ງເດ ຍອ້ນວ່າຄວາມທຸກຍາກບໍ່ມີຈີ່ງໄປລັກກີນ.ສຳລັບນ້ອງລາວເຂົ້າໜົມຖົງດຽວມັນອາດມີຄຸນຄ່ານຳລາວ ຖ້າທຽບຄົນທີ່ພໍ່ແມ່ມີທີ່ຊື້ເຂົ້າໜົມໃຫ້ລູກກິນແບບບໍ່ຕ້ອງອຶດຫິວ ຢາກກິນຍາມໃດກໍ່ໄດ້ກິນ ແຕ່ຖ້າທຽບກັບນ້ອງລາວແລ້ວເປັນເດັກທຳມະດາຜູ້ໜຶ່ງ ບໍ່ຕ່າງຈາກເດັກທົ່ວໄປໃນໄວປະມານນີ້ ກໍ່ຕ້ອງຢາກກິນຂະໜົມຄືເດັກນ້ອຍຜູ້ອື່ນ ແຕ່
ສຳລັບເຈົ້າຂອງຮ້ານແລ້ວຂະໜົມຖົງນີ້ມັນອາດເປັນກຳໄລຂອງເຈົ້າ ຖ້າເຈົ້າມີນຳໃຈລອງຄິດອີກແບບວ່າໄດ້ແບ່ງປັນສິ່ງເລັກໆນ້ອຍໆໃຫ້ກັບເດັກນ້ອຍຜູ້ໜຶ່ງບໍ່ໄດ້ຫວາ ຫຼື ບອກວ່າ
ມື້ຫນ້າບໍ່ເຮັດອີກຍາກໄດ້ຫລືຍາກກີນລະໃຫ້ຂໍຊີ່ໃຫ້ກີນວ່າແນວນີ້ກໍ່ໄດ້ ຫຼື ຮ້ອງພໍ່ແມ່ຂອງເດັກມາ ລອງຄິດເບິ່ງວ່າຖ້າວ່າກໍລະນີເຂົາເຮັດໃຫ້ລູກໂຕເອງແບບນີ້ເດບໍ່ຮູ້ສືກເສຍໃຈຫລືບໍ່ຄິດອີຕົນແດ່ຫວາ ຄືມາໃຈບາບແທ້