ເຂດເສດຖະກິດພິເສດ ນວ ຍັງຕ້ອງການແຮງງານຈໍານວນຫລາຍ ຄາດວ່າປີ 2023 ຈະສ້າງອາຊີບໃຫ້ແຮງງານລາວບໍ່ຫລຸດ 2.000 ຄົນ

0
42

ເຂດເສດຖະກິດພິເສດນະຄອນຫລວງວຽງຈັນ ສາມາດສ້າງວຽກເຮັດງານທໍາໄດ້ແລ້ວ ຈໍານວນ 6.296 ຄົນ, ໃນນີ້ ເປັນແຮງງານລາວ 5.203 ຄົນ ແລະ ແຮງງານຕ່າງປະເທດ 1.093 ຄົນ. ຄາດວ່າໃນປີ 2023 ນີ້ ເຂດດັ່ງກ່າວຈະສ້າງວຽກເຮັດງານທໍາໃຫ້ແຮງງານລາວໄດ້ຕື່ມອີກບໍ່ຫລຸດ 2.000 ຄົນ.

ທ່ານ ໄກນະຄອນ ທໍາມະວອນ, ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ສາມາດສ້າງວຽກເຮັດງານ ທໍາໄດ້ດີສົມຄວນ, ໃນນີ້ ສະເພາະແຮງງານຕ່າງປະເທດ 1.093 ຄົນ ແມ່ນແຮງງານທີ່ເປັນເຕັກນິກທາງດ້ານວິຊາການຕ່າງ

ໆ ເຊິ່ງເຮັດວຽກຢູ່ບັນດາໂຮງຈັກ-ໂຮງງານໃນຕໍາແໜ່ງທີ່ແຮງງານລາວຍັງບໍ່ທັນມີທັກສະ ເພື່ອໃຫ້ເຂົາເຈົ້າໄດ້ຝຶກສອນແຮງງານລາວຈົນກວ່າຈະມີທັກສະ ຫລື ມີຄວາມສາມາດເຮັດວຽກໃນຕໍາແໜ່ງນັ້ນໆ ຈົນຊໍານານງານ.

ປັດຈຸບັນ, ຫລາຍໂຮງງານພາຍໃນເຂດເສດຖະກິດພິເສດນະຄອນຫລວງວຽງຈັນ ຍັງຕ້ອງການແຮງງານຈໍານວນຫລາຍ ເປັນຕົ້ນແມ່ນ ໂຮງງານ ໂຮຢາ, ໄລຍະທີ 2 ມີຄວາມຕ້ອງການແຮງງານບໍ່ຫລຸດ 2.000 ຄົນ, ໂຮງງານຕັດຫຍິບເປເຕີ, ໄລຍະທີ 2 ຕ້ອງການແຮງງານບໍ່ຫລຸດ 1.000 ຄົນ ແລະ ໂຮງງານອື່ນໆ ອີກຈໍານວນຫລາຍ ເຊິ່ງຄະນະ

ຄຸ້ມຄອງເຂດເສດຖະກິດພິເສດນະຄອນຫລວງວຽງຈັນ ຈະພະຍາຍາມຊຸກຍູ້ສົ່ງເສີມໃຫ້ແຮງງານລາວໄດ້ເຂົ້າເຮັດວຽກຢູ່ບັນດາຫົວໜ່ວຍແຮງງານພາຍໃນເຂດໃຫ້ໄດ້ບໍ່ຫລຸດ 2.000 ຄົນ ພາຍໃນປີ 2023 ນີ້.

ທ່ານ ໄກນະຄອນ ທໍາມະວອນ ໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນ 5 ເຂດເສດຖະກິດພິເສດທີ່ນອນຢູ່ໃນເຂດເສດ ຖະກິດພິເສດນະຄອນຫລວງວຽງຈັນ ສາມາດດຶງດູດບໍລິ ສັດເຂົ້າມາລົງທຶນໄດ້ທັງໝົດ 176 ບໍລິສັດ, ໃນນີ້ ມີບໍລິສັດພາຍໃນປະເທດ 22 ບໍລິສັດ, ບໍລິສັດຈາກຕ່າງປະເທດ 147 ບໍລິສັດ ແລະ ການຮ່ວມທຶນລະຫວ່າງບໍລິສັດພາຍໃນ

ປະເທດ ແລະ ບໍລິສັດຕ່າງປະເທດ 7 ບໍລິສັດ. ທຸກຫົວໜ່ວຍແຮງງານໄດ້ເຂົ້າລະບົບປະກັນສຸຂະພາບ ເຮັດໃຫ້ແຮງງານທຸກຄົນສາມາດເຂົ້າເຖິງດ້ານສະຫວັດດີການສັງຄົມໄດ້ດີ ເປັນຕົ້ນ: ການກວດສຸຂະພາບປະຈໍາປີ, ມີເງິນລ່ວງເວລາ, ເງິນນະໂຍບາຍເວລາເຈັບເປັນໃນການອອກແຮງງານ ແລະ ອື່ນໆ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.