ອີງຕາມການລາຍງານຂອງທ່ານ ວິໄລວັນ ໄຊຍະບຸນຮາຍ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງພູວົງ ແຂວງອັດຕະປື ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເມືອງພູວົງ ເປີດກວ້າງ ຄັ້ງທີ 10 ສະໄໝທີ 5 ທີ່ສຳເລັດລົງເມື່ອບໍ່ດົນຜ່ານມາວ່າ: ຜ່ານມາເມືອງພູວົງ ກໍຄືຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງ ໄດ້ຖືສໍາຄັນການນໍາ
ພາ-ຊີ້ນໍາວຽກງານຄຸ້ມຄອງລາຄາສີນຄ້າ ພາຍໃນເມືອງ ໂດຍໄດ້ເອົາໃຈໃສ່ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ກໍານົດລາຄາສິນຄ້າຕາມທ້ອງຕະຫລາດພາຍໃນເມືອງ ໃຫ້ຢູ່ໃນລາຄາທີ່ສົມເຫດສົມຜົນ ດ້ວຍການອອກແຈ້ງການບໍ່ໃຫ້ຂຶ້ນລາຄາສິນຄ້າຕາມລໍາຟັງໃຈ ລວມມີ 50 ສະບັບ, ພ້ອມທັງລົງຕິດຕາມຕົວຈິງ ແລະ ສ້າງບົດບັນທຶກຕໍ່ຜູ້
ລະເມີດ ລວມມີ 25 ຫົວໜ່ວຍ, ຕິດປ້າຍລາຄາສິນຄ້າຢູ່ທ້ອງຕະຫລາດແຕ່ລະໄລຍະ. ພ້ອມນັ້ນ, ໄດ້ຕິດຕາມກວດກາ ຊິງຊັ່ງໃຫ້ຢູ່ໃນມາດຕະຖານ ແລະ ຢຶດຊິງຊັ່ງທີ່ບໍ່ໄດ້ມາດຕະຖານໄດ້ຈໍານວນ 5 ໜ່ວຍ, ເອົາໃຈໃສ່ຄຸ້ມຄອງ ກວດກາ ສິນຄ້າທີ່ນໍາເຂົ້າພາຍໃນເປັນແຕ່ລະໄລຍະ ແລະ ກວດກາສິນຄ້າເຊື່ອມຄຸນນະພາບ, ກວດກາສິນຄ້ານອກ
ລະບົບ ຈໍານວນ 42 ຮ້ານ ມູນຄ່າ 12 ລ້ານກວ່າກີບ ແລະ ກວດກາການເຄື່ອນຍ້າຍສິນຄ້າປະເພດຕ່າງໆພາຍໃນເມືອງ ສາມາດປະຕິບັດຖືກຕ້ອງຕາມລະບົບ,ກົດໝາຍກໍານົດ.
ນອກນັ້ນ,ຜ່ານມາໜ່ວຍງານໄດ້ລົງຕິດຕາມກວດກາການເໜັງຕິງ ຂອງລາຄາສີນຄ້າໃນທ້ອງຕະຫລາດຢູ່ເປັນປົກກະຕິ ເພື່ອປົກປ້ອງຜູ້ບໍລິໂພກ ແລະ ເປັນການຫລີກລ່ຽງບໍ່ໃຫ້ເກີດບັນຫາການສວຍໂອກາດ ຂຶ້ນລາຄາທີ່ບໍ່ຖືກຕ້ອງ ຂອງບັນດາຜູ້ຄ້າ-ຂາຍ ທີ່ເກນກຳໄລຕາມໃຈ ນຳລູກຄ້າ, ໄດ້ອອກແຈ້ງການ ແລະ ລົງແຈ້ງການໃຫ້ບັນດາຫົວໜ່ວຍ
ທຸລະກິດ ຊາວຄ້າຂາຍທົ່ວເມືອງ ຫ້າມກັກຕຸນສິນຄ້າ, ປັນປ່ວນລາຄາສິນຄ້າ ແລະ ສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການທຸກປະເພດຢ່າງເດັດຂາດ.
ທ່ານ ວິໄລວັນ ໄຊຍະບຸນຮາຍ ໃຫ້ຕື່ມວ່າ: ຂັ້ນຕອນການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ໄດ້ລົງກວດກາປົກກະຕິປະຈຳອາທິດ ສ້າງບົດບັນທືກຕັກເຕືອນ, ຖ້າຍັງລະເມີດ
ແມ່ນໄດ້ປະຕິບັດມາດຕະການໂດຍຖືເອົາກົດໝາຍປົກປ້ອງຜູ້ຊົມໃຊ້ ວ່າດ້ວຍການຄຸ້ມຄອງລາຄາສີນຄ້າ ແລະ ຄ່າບໍລິການ, ດຳລັດ ວ່າດ້ວຍການກວດກາການຄ້າ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ເຂັ້ມງວດຂຶ້ນກວ່າເກົ່າ. ລົງສ້າງບົດບັນທຶກຕັກເຕືອນກັບແຕ່ລະຫົວໜ່ວຍທຸລະກິດຫ້າງຮ້ານ ໃຫ້ມາແຈ້ງອອກທະບຽນວິສາຫະກິດ ໃຫ້ສຳເລັດ, ກຳນົດວັນເວລາ ໃຫ້ສຳເລັດໃນຕົ້ນປີ 2023 ໃນຈຳນວນ 92 ຫົວໜ່ວຍທີ່ຍັງບໍ່ແຈ້ງຂຶ້ນທະບຽນ.