ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 7 ມີນາ 2023 ການງານ ການເງິນ ຄວາມຮັກ

0
228

ຄົນເກີດວັນອາທິດ:ການ​ງານອາດ​ຖືກ​ໂກງ​ເພາະ​ຮຸ້ນ​ສ່ວນ​ທີ່​ທ່ານ​ໄປ​ຕິດ​ຕໍ່​ບໍ່​ໜ້າ​ເຊື່ອ​ຖື ການ​ເງິນ​ ເສຍ​ເງິນ​ໃນ​ການ​ຕົກ​ແຕ່ງ​ບ້ານໃນໄລຍະນີ້ເປັນຈໍານວນຫຼາຍ ຄວາມ​ຮັກພົບ​ເລື່ອງ​ບໍ່​ສົມ​ຫວັງ​ດ້ານ​ຄວາມ​ຮັກ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ​ສີຂາວ ເລກ​ນຳ​ໂຊກ​4

ຄົນເກີດວັນຈັນ:ການ​ງານ​ສ້າງສັນ​ຜົນ​ງານ​ຈະປະ​ສົບ​ຄວາມ​ສຳ​ເລັດ​ດີ ການ​ເງິນພົບ​ແຕ່​ເລື່ອງ​ເສຍ​ເງິນ​ໃນ​ໄລຍະ​ນີ້ຕ້ອງລະວັງເລື່ອງລາຍຈ່າຍ ຄວາມ​ຮັກຄວາມ​ສຳພັນ​ເປັນ​ໄດ້​ແຕ່ໝູ່​ເພື່ອນ​ກັນ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​  6

ຄົນເກີດວັນອັງຄານ:ການ​ງານ​ ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ໄດ້​ຢ່າງ​ວ່ອງໄວ ການ​ເງິນຈະ​ໄດ້​ໂຊກ​ຈາກ​ຜູ້ໃຫຍ່ເຂົ້າມາຊ່ວຍໃນເລື່ອງການເງິນ ຄວາມ​ຮັກໄດ້​ພົບ​ຮັກ​ກັບ​ຄົນ​ອາ​ຍຸ​ນ້ອຍ​ກວ່າ ແຕ່ອາດບໍ່ໄດ້ເປັນແຟນ​ ເຄື່ອງມຸງຄຸນ​  ​ເງິນ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​6

ຄົນເກີດວັນພຸດ:ການ​ງານ​ເຮັດ​ທຸລະກິດ​ດ້ານ​ການ​ຄ້າ​ແຟ​ຊັ່ນ​ໄດ້​ຜົນ​ກຳ​ໄລດີ ການ​ເງິນຈະ​ໄດ້​ໂຊກ​ຈາກ​ການ​ຂໍ​ພອນຈາກ​ສິ່ງ​ສັກສິດໃຫ້ທ່ານສົມຫວັງ ຄວາມ​ຮັກໄດ້​ພົບ​ຄົນ​ຜິວ​ຂາວ​ເຫຼືອງ ຈິດ​ໃຈ​ດີເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນ​​ຫິນນໍາໂຊກສີແດງ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​ 2

ຄົນເກີດວັນພະຫັດ:ການ​ງານ​ເດິນທາງ​ຕິດ​ຕໍ່​ທຸລະກິດ​ເກີດ​ຄວາມ​ສຳ​ເລັດ ແລະ ສົມຫວັງໃນດ້ານການງານ ການ​ເງິນໄດ້​ໂຊກແບບບໍ່ຄາດຝັນ ອາດເປັນໂຊກຈາກຜູ້ໃຫຍ່ ​ຄວາມ​ຮັກໄດ້​ພົບ​ຮັກ​ເກີດ​ຄວາມ​ສຸກ​ສົມ​ຫວັງ ແຕ່ໃຫ້ລະວັງໃນເລື່ອງຂອງໄລຍະເວລາ ເຄື່ອງມຸງຄຸນ​  ໄຂ່ມຸກ ສີມຸງຄຸນສີ​ບົວ ເລກ​ນຳ​ໂຊກ​  9

ຄົນເກີດວັນສຸກ:ການ​ງານ​ລະ​ວັງ​ຂັດ​ແຍ້ງ​ກັບ​ຜູ້​ຫົວໜ້າ ຫຼື ເພື່ອນຮ່ວມງານໃຫ້ລະວັງເລື່ອງຂອງອາລົມ ການ​ເງິນ​ເສຍ​ເງິນ​ກ້ອນ​ໃຫຍ່​ອອກ​ໄປ​ແບບ​ເລັ່ງ​ດ່ວນຈະເຮັດໃຫ້ທ່ານໝູນເງິນບໍ່ທັນ ຄວາມ​ຮັກ​ຈະ​ພົບ​ຮັກ​ແບບ​ມີ​ຜົນ​ປະໂຫຍດ​ແອບ​ແຝງທີ່ເຮັດໃຫ້ທ່ານສົງໄສ ເຄື່ອງມຸງຄຸນ​​ເພັດສີແດງ ສີມຸງຄຸນສີສົ້ມເລກ​ນຳ​ໂຊກ​3

ຄົນເກີດວັນເສົາ:ການ​ງານເຮັດ​ທຸລະກິດ​ແບບ​ສາຍ​ດ່ຽວ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ຈາກ​ປະສົບການ​ຂອງ​ຕົນເອງ ຄວາມ​ຮັກ​ຈະ​ຕົກ​ຢູ່ໃນ​ສະຖານະການ​ຄວາມຮັກມີບັນຫາເລື່ອງຂອງອາລົມ ເຄື່ອງມຸງຄຸນ​  ໄຂ່ມຸກ ສີມຸງຄຸນສີຂຽວ ເລກ​ນຳ​ໂຊກ​4

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.