ຊົມເຊີຍ ບໍ່ເຄີຍຖີ້ມຄວາມຝັນ ໃຫ້ຄວາມສຳຄັນການສຶກສາຄືກ້າວທຳອິດ ປ່າເຢັ້ງຊາ ລໍ່

0
68

ການເຮັດໜ້າທີ່ເປັນມິສຢູນີເວີດລາວຂອງນ້ອງປ່າ ຍັງດຳເນີນໄປຢ່າງຕໍ່ເນື່ອງ ນ້ອງຍາມໃດກໍ່ໃຫ້ຄວາມສຳຄັນຕໍ່ການສຶກສາ ເພາະເຊື່ອວ່າການສຶກສາຊ່ວຍນຳທາງໃຫ້ນ້ອງນຸ່ງລູກຫຼານສາມາດເປີດປະຕູໂຕເອງສູ່ອະນາຄົດທີ່ດີໄດ້.

ຫຼ້າສຸດນີ້ໄດ້ສົ່ງຄວາມຮັກຈາກນ້ອງ ແລະບັນດາຜູ້ໃຈບຸນໄປຍັງນ້ອງນັກຮຽນຢູ່ເມືອງຈອມເພັດ ແຂວງຫຼວງພະບາງຜ່ານໂຄງການມອບອຸປະກອນການສຶກສາ, ສ້າງຫ້ອງນໍ້າ ແລະ ກັນເຈື່ອນໃຫ້ໂຮງຮຽນ ບ້ານໂສມ ເມືອງ ຈອມເພັດ ຊຶ່ງພິທີໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5ມີນາ2023 ຜ່ານມາ.

ນ້ອງປ່າເປັນສາວງາມຄົນໜຶ່ງທີ່ໃຫ້ຄວາມສຳຄັນຕໍ່ການສຶກສາ ນ້ອງເອົາປະສົບການໂຕເອງໄປສົ່ງເສີມຄົນອື່ນ ເລີ່ມສອນຄົນແຕ່ຍັງບໍທັນຈົບມັດທະຍົມ.

ນ້ອງປ່າຈິ່ງກາຍເປັນສາວຄູປ່າເຢັ້ງຊາ ລໍ່ ທີ່ຄົນທົ່ວໂລກໃຫ້ໄດ້ເປັນໜຶ່ງໃນ 16 ຄົນໄປຢືນຢູ່ເວທີຈັກກະວານໂລກ ຍ້ອນເຂົາເຫັນເຖິງຄວາມພະຍາຍາມຂອງນ້ອງມາແຕ່ຕົ້ນ ແລະຄວາມຝັນນັ້ນນ້ອງຍັງຈະສືບຕໍ່ໄປໃຫ້ການສຶກສາແກ່ເດັກນ້ອຍລາວທຸກຊົນເຜົ່າ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.