ໂຮງໝໍ 150 ຕຽງ ຜ່າຕັດປິ່ນປົວ ສົບແວ່ງ-ເພດານໂຫວ່ ແລະ ການຜ່າຕັດປົວແປງບາດແຜອື່ນໆ ໂດຍບໍ່ເສຍຄ່າ ລະຫວ່າງ ວັນທີ13 20 ມີນາ 2023

0
148

ວັນທີ 3 ມີນາ 2023 ນີ້ ໂຮງໝໍມິດຕະພາບອອກແຈ້ງການ ໃຫ້ຊາບວ່າ ທີມແພດໂຮງໝໍມິດຕະພາບ ແລະ ທີມແພດຈາກອົງການ Les Enfants du Noma, ປະເທດຝຣັ່ງ ຈະໄດ້ເຄື່ອນໄຫວເຮັດກິດຈະກໍາການຜ່າຕັດ-ປິ່ນປົວສົບ ແຫວ່ງ-ເພດານໂຫວ່, ປົວແປງບາດແຜໄຟໄໝ້-ນ້ໍາຮ້ອນລວກ, ກ້ອນເບົ້າຜິດປົກກະຕິ ແລະ ບາດແຜອື່ນໆຢູ່ໃບໜ້າ ໂດຍບໍ່ເສຍຄ່າໃຊ້ຈ່າຍໃນການປິ່ວປົວ ຈະຈັດຂຶ້ນໃນລະຫວ່າງວັນທີ 13 ຫາ 24 ມີນາ 2013 ຢູ່ທີ່ໂຮງໝໍມິດຕະພາບ.
ໝາຍເຫດ:

ເງື່ອນໄຂຂອງຄົນເຈັບ ທີ່ສາມາດເຂົ້າຮັບການຜ່າຕັດປິ່ນປົວແມ່ນຕ້ອງມີອາຍຸລະຫວ່າງ 5-30 ປີ ການລົງທະບຽນ, ກວດກາຄົນເຈັບ ແລະ ຂຶ້ນແຜນຜ່າຕັດ ແມ່ນວັນທີ 13 ຫາ 20 ມີນາ 2023, ສະຖານທີ່ແມ່ນຢູ່ພະແນກຫູ, ດັງ, ຄໍ ແລະ ຕາ, ໂຮງໝໍມິດຕະພາບ

ສໍາລັບມື້ເຮັດການຜ່າຕັດແມ່ນ ວັນທີ 13 ຫາ 24 ມີນາ 2023 ໂຄງການຈະຮັບຜິດຊອບຄ່າຜ່າຕັດ-ປິ່ນປົວຄົນເຈັບໃນຊ່ວງທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບເທົ່ານັ້ນ, ສ່ວນຄ່າໃຊ້ຈ່າຍອື່ນໆຜູ້ກ່ຽວຕ້ອງໄດ້ຮັບຜິດຊອບເອງ.

ເບີໂທຕິດຕໍ່-ພົວພັນ ສໍາລັບການສອບຖາມ ແລະ ລົງທະບຽນ: ດຣ ຈວງ ອິນທະຫວາ 020 95 767 201, ດຣ ຄໍາມູນ ສັກປະສິດ 020 55 619 839, ດຣ ອຸດຕະມະ ອຸດົມ 020 55 647 024, ດຣ ວິໄລສັກ ໄຊ ຍະເສນ 020 54 545 477.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.