ເຈົ້າເມືອງຈຳປາສັກ ມອບເງິນ 10 ລ້ານກີບ ຊ່ວຍເຫລືອປະຊາຊົນທີ່ຖືກຜົນກະທົບ ໄຟໄໝ້ເຮືອນ ຢູ່ບ້ານສະໝິງ ເມືອງປະທຸມພອນ

0
52

ໃນວັນທີ 7 ມີນາ 2023 ນີ້, ທ່ານ ສະຫວາດ ແກ້ວບັນດິດ ເຈົ້າເມືອງ ຈຳປາສັກ ພ້ອມດ້ວຍ ທ່ານ ສີຈະເລີນໄຊ ສີລາເພັດ ປະທານກວດກາພັກ-ລັດເມືອງ, ທ່ານ ໂຍທິນ ຈັນທະວົງ ຮັກສາການຫົວໜ້າຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ ເມືອງຈຳປາສັກ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວຕິດຕາມ ແລະ ໃຫ້ກຳລັງໃຈ

ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກເຫດອັກຄີໄພ ໄຟໄໝ້ເຮືອນ ຢູ່ບ້ານສະໝິງ ເມືອງປະທຸມພອນ ແຂວງຈຳປາສັກ, ພ້ອມທັງມອບເງິນ ຈຳນວນ 10.000.000 ກີບ ເພື່ອຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນໃຫ້ປະຊາຊົນ.ໂດຍ ທ່ານ ບຸນຖອງ ສຸພາວົງ ຮອງເຈົ້າເມືອງປະທຸມພອນ ເປັນຜູ້ຕ່າງໜ້າຮັບໃຫ້ຄອບຄົວທີ່ຖືກ ອັກຄີໄພ,ໄຟໄໝ້ເຮືອນ ຈຳນວນ 17 ຫລັງຄາເຮືອນ.


ເຈົ້າເມືອງຈຳປາສັກ ມອບເງິນ 10 ລ້ານກີບ ຊ່ວຍເຫລືອປະຊາຊົນທີ່ຖືກຜົນກະທົບ ໄຟໄໝ້ເຮືອນ ຢູ່ບ້ານສະໝິງ ເມືອງປະທຸມພອນ


ເຈົ້າເມືອງຈຳປາສັກ ມອບເງິນ 10 ລ້ານກີບ ຊ່ວຍເຫລືອປະຊາຊົນທີ່ຖືກຜົນກະທົບ ໄຟໄໝ້ເຮືອນ ຢູ່ບ້ານສະໝິງ ເມືອງປະທຸມພອນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.