ຊີວິດຄົນເຮົາຜູ້ມີກໍ່ມີຈົນເຫຼືອ ຜູ້ບໍ່ມີກໍ່ບໍ່ມີອີ່ຫຼີ ຄົໍນບໍ່ມີຮອດແນວສິຢູ່ສິກິນ ໄດ້ປາກກັດຕີນຖີບ ດິ້ນລົ້ນສູ້ຊີວິດສຸດໆ ໃຜເກີດມາໂຊກດີມີຕົ້ນທຶນກໍ່ດີໄປ ຜູ້ໃດບໍ່ມີກໍ່ຕ້ອງເຮັດຕ້ອງຫາ ບໍ່ເຮັດບໍ່ຫາກໍ່ຕາຍທຸກມື້ນີ້ ເພາະຄວາມທຸກມັນເປັນຕາຢ້ານແນ່ນອນຢູ່ແລ້ວບໍ່ມີໃຜຢາກເປັນແນວນີ້ ບໍ່ມີໃຜຢາກເກີດມາເປັນແນວນີ້ ແຕ່ຈະເຮັດແນວໃດໄດ້ ດັ່ງເດັກນ້ອຍ ສອງຄົນນີ້ ເບິ່ງແລ້ວໄວຊຳນີ້ ຄວນໄດ້ຮຽນໜັງສື ແຕ່ກັບກາຍມາເປັນເດັກເລ່ລ່ອນພະເນຈອນ ໄປ ຢູ່ ແບບບໍ່ມີເປົ້າໝາຍ ເຫັນແລ້ວກໍ່ອົດອີ່ຕົນບໍ່ໄດ້
ດັ່ງທີ່ຜູ້ໃຊ້ເຟສບຸກທີ່ໃຊ້ຊື່ວ່າ sinxay vithayaphone ໄດ້ໂພສວ່າ ເຫັນແລ້ວກະໄດ້ແຕ່ງົງ ວ່າເກີດຫຍັງຂື້ນ ຄິດວ່າເປັນຜູ້ໃຫຍ່ ຫຼື ຄົນບ້າຂ້າງຖະໜົນ. ແຕ່ເຂົ້າໄປເບິ່ງໃກ້ໆ ຊ້ຳພັດວ່າແມ່ນເດັກນ້ອຍໄຮ້ດຽງສາ ພະເນຈອນ ໄຮ້ທີ້ຢູ່ອາໄສ ພໍ່ແມ່ໜີຈາກກັນ ເຫັນແລ້ວກະບໍ່ຈັກຊິອະທິບາຍ ແບບໃດຕໍ່ເພື່ອນເຟດຟັງ ນອກຈາກແຕ່ປ່ອຍໄປຕາມສະພາບ ທີ່ເຫັນ ຢູ່ຫ່າງໆ ຢ່າງຫ່ວງໆ ໃນໃຈເລິກໆ ຂໍໃຫ້ພວກເຈົ້າທັງ2 ໄດ້ພົບກັບຜູ້ໃຈບຸນ ແລະ ໄດ້ຮັບຄວາມອົບອຸນໂດຍໄວ(ທີ່ ແຂວງ ອຸດົມໄຊ 020 99999087 whatsApp)
ອີ່ດູຕົນເດ້ ພົບເດັກນ້ອຍ ສອງສ່ຽວ ພະເນຈອນກິນນອນຍູ່ແຄມທາງແບບໄຮ້ຈຸດໝາຍ ທີ່ອຸດົມໄຊ