ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 8 ມີນາ 2023 ການງານ ການເງິນ ຄວາມຮັກ

0
341

ວັນອາທິດ:ການ​ງານຈະ​ເຮັດ​ທຸລະກິດ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ຈະ​ໂຊ​ກດີ​ໄປ​ທຸກ​ຢ່າງ​ ປະ​ສົບ​ຄວາມ​ສຳ​ເລັດ​ ຫລື​ ມີ​ຄວາມ​ກ້າວ​ໜ້າ​ຫລາຍ​ໆ​​ ການ​ເງິນມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຕະຫລອດ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ​ ໃນ​ຊ່ວງ​ນີ້​ມີ​ພາລະ​ການ​ໃຊ້​ຈ່າຍ​ຄ່ອນ​ຂ້າງ​ຫລາຍ​ເປັນ​ພິເສດ​ ຄວາມ​ຮັກຍັງ​ບໍ່​ລົງ​ຕົວ​ທາງ​ດ້ານ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ແລະ ​ມີ​ໂອ​ກາດ​ໄດ້​ພົບ​​ຄົນ​ຜິວ​ສອງ​ສີ​ເຂົ້າ​ມາ​ອີກ​ຄົນ​ໜຶ່ງ​ໃຫ້​ທ່ານ​ໄດ້​ເລືອກ​ ເຄື່ອງມຸງຄຸນ​ເພັດສີຂຽວ ສີມຸງຄຸນ​ເຫຼືອງອ່ອນ ເລກ​ນຳ​ໂຊກ​7

ວັນຈັນ:ການ​ງານ​ມີ​ການ​ຕິດ​ຕໍ່​ການ​ງານ​ ແລະ​ ການເດີນທາງ​ທີ່​ຄ່ອນ​ຂ້າງ​ຕະຫຼອດ​ໃນ​ຊ່ວງ​ນີ້​ ເຮັດໃຫ້​ເກີດ​ຄວາມ​​ເມື່ອຍ​ຈົນ​ສົ່ງ​ຜົນ​ຕໍ່​ສຸຂະພາບ​ ຈຶ່ງ​ຄວນ​ມີ​ການ​ເບິ່ງ​ແຍງ ສຸກຂະພາບ​ໄປ​ພ້ອມ​ໆ​ກັນ ​ ການ​ເງິນຫາ​ເງິນ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ ແລະ ​ເປັນ​ໂຊກ​ໃນ​ຊ່ວງ​ນີ້​ ແຕ່​ກໍ​ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງ​ວ່ອງໄວ​​ເຊັ່ນ​ກັນ​ ຄວາມ​ຮັກ​ມີ​ເກນ​ສຸກ​ສົມ​ຫວັງ​ ລົງໂຕ​ກັບ​ຄົນ​ຮັກ​ທີ່​ມີ​ອາ​ຍຸ​ຕ່າງ​ກັນ​ ແຕ່​ເລື່ອງ​ຂອງ​ເວລາ​ຫລື​ການ​ພົບ​ກັນ​ ຄວນ​ມີ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ຈຶ່ງ​ຈະ​ມີ​ຄວາມ​ສົມ​ຫວັງ​ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີ​ຟ້າອ່ອນ ເລກ​ນຳ​ໂຊກ​9

ວັນຄານ:ການ​ງານ​ ຈະ​ເຮັດວຽກ​ ເຮັດ​ທຸລະກິດ​ໃດ​ໆ​ ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຢູ່ໃນ​ເກນ​ທີ່​ດີ​ ເກີດ​ຄວາມ​ກ້າວ​ໜ້າ​ເປັນ​ຢ່າງ​ຫລາຍ​ ການ​ເງິນໝຸນ​ຫາ​ໃຊ້​ຈ່າຍ​ໄດ້​ຢ່າງ​ຕໍ່​ເນື່ອງ​ ການ​ເງິນ​ຢູ່ໃນ​ເກນ​ຊົງ​ຕົວ​ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ເປັນ​ທຳມະດາ​ ຄວາມ​ຮັກສຸກ​ສົມ​ຫວັງ​ດ້ານ​ຄວາມ​ຮັກ​ຢ່າງ​ທີ່​ໂຕ​ເອງ​ປາດຖະຫນາ​ ແຕ່​ກໍ​ຕ້ອງ​ໃຊ້​ໄລຍະ​ເວລາ​ເບິ່ງ​ໃຈ​ກັນ​ໄປ​ດົນ​ໆ​
ເຄື່ອງມຸງຄຸນ​  ​ໄຂ່ມຸກ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​1

ວັນພຸດ:ການ​ງານຈະ​ເຮັດ​ທຸລະກິດ​ສິ່ງ​ໃດ​ກໍ​ຈະ​ໄດ້ຮັບ​ຜົນ​ກຳ​ໄລທີ່​ດີ​ ຢູ່ໃນ​ເກນ​ກ້າວ​ໜ້າປະ​ສົບ​ຄວາມ​ສຳ​ເລັດ​ທີ່​ດີ​ໄດ້​ໃນ​ໄລຍະ​ນີ້​ ການ​ເງິນຊ່ວງ​ນີ້​ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຕະຫລອດ​ ແຕ່​ກໍ​ເປັນ​ການ​ຈ່າຍ​ອອກ​ໄປ​ດ້ວຍ​ຄວາມ​ເຕັມ​ໃຈ​ ເຊັ່ນ​ໃນ​ເລື່ອງ​ຂອງ​ການ​ເຂົ້າ​ສັງຄົມ​ ການ​ຊື້​ສິ່ງຂອງ​ທີ່​ຖືກ​ໃຈ​ເຂົ້າ​ມາ​ ຫລື​ການເດີນທາງ​ທ່ອງ​ທ່ຽວ ຄວາມ​ຮັກ​ສຸກ​ສົມ​ຫວັງ​ເລື່ອງ​ຄວາມ​ຮັກ​ຢ່າງ​ທີ່​ຕົນເອງ​ປາດຖະຫນາ​ ຫລື​ສາມາດ​ປັບ​ຄວາມ​ເຂົ້າໃຈ​ກັນ​ໄດ້​ ແລະ ​ສາມາດ​ສານ​ຄວາມ​ສຳພັນ​ຕໍ່ໄປ​ໄດ້​ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​9

ວັນພະຫັດ:ການ​ງານ​ລັງ​ເລ​ໃນ​ເລື່ອງ​ການ​ລົງ​ທຶນ​ ແຕ່​ກໍ​ພະຍາຍາມ​ວາງ​ແຜນ​ການ​ເຮັດ​ວຽກງານ​ໃຫ້​ຮອບຄອບ​ໃຫ້​ຫລາຍ​ທີ່ສຸດ​ ແລະ ​ວາງ​ແຜນ​ເຜື່ອ​ໄວ້​ຫຼາຍ​ໆ​​ ການ​ເງິນ​ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຕະຫລອດ​ ແຕ່​ກໍ​ສາມາດ​ບໍລິຫານ​ຈັດການ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ສະເໝີ​ ຄວາມ​ຮັກລະ​ວັງ​ຄວາມ​ໃຈ​ຮ້ອນ​ຈະ​ສົ່ງ​ຜົນ​ເສຍ​ຕໍ່​ຄວາມ​ສຳພັນ​ ການ​ໃຊ້​ຄຳ​ເວົ້າ​ທີ່ຖະໜອມ​ຄວາມ​ຮູ້ສຶກ​ຂອງ​ກັນ​ແລະ​ກັນ​ ຈະ​ເຮັດໃຫ້​ເກີດ​ຄວາມ​ເຂົ້າໃຈ​ກັນ​ຫລາຍ​ຍິ່ງ​ຂຶ້ນ​​ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​2

ວັນສຸກ:ການ​ງານ​ຈະ​ເຮັດ​ທຸລະກິດ​ການ​ງານ​ໃດ​ໆ​ ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ​ຂຶ້ນ​ໃນ​ຊ່ວງ​ນີ້​ ບໍ່​ວ່າ​ຈະ​ເປັນ​ງານ​ດ້ານ​ວົງ​ການ​ບັນ​ເທີງ​ ດ້ານ​ອາຫານ​ ດ້ານ​ການ​ເງິນ​ ຫລື​ການ​ທ​ະນາ​ຄານ​ ການ​ເງິນ​ຈະ​ມີ​ຂ່າວ​ດີ​ທາງ​ດ້ານ​ການ​ເງິນ​ ແຕ່​ກໍ​ຕ້ອງ​ມີ​ພາລະ​ທີ່​ຕ້ອງ​ໃຊ້​ຈ່າຍ​ອອກ​ໄປ​ຕະຫລອດ​ ເມື່ອ​ຫາ​ເຂົ້າ​ມາ​ໄດ້​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງ​ວ່ອງໄວ​ ຄວາມ​ຮັກຍັງ​ພິຈາລະນາ​ໃນ​ເລື່ອງ​ເຫຼົ່າ​ນີ້​ຢູ່​ ແລະ ​ຍັງ​ບໍ່​ຕັດ​ສິນ​ໃຈ​ ເພາະ​ຕ້ອງ​ການ​ໃຫ້​ເວລາ​ເປັນ​ເຄື່ອງ​ພິສູດ​​ ເຄື່ອງມຸງຄຸນ​​ເພັດສີແດງ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​6

ວັນເສົາ:ການ​ງານ​ຕ້ອງ​ເດີນທາງ​ຕິດ​ຕໍ່​ງານ​ຕະຫຼອດ ຕ້ອງ​ວາງ​ແຜນ​ການ​ເຮັດ​ວຽກງານ​ໃຫ້​ດີ​ ແຕ່​ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ ແລະ ​ຄວາມ​ກ້າວ​ໜ້າ​ດ້ວຍ​ຄວາມ​ສາມາດ​ຂອງ​ຕົນເອງ​ ການ​ເງິນມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ສະເໝີ​ ແຕ່​ກໍ​ຈະ​ສາມາດ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ວ່ອງໄວ​ ແລະ​ ຍັງມີ​ຄົນ​ໃຫ້​ການ​ອຸບປະຖຳ​ທາງ​ດ້ານ​ການ​ເງິນ​ອີກ​ ຄວາມ​ຮັກ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ບໍ່​ຖື​ວ່າ​ດີ​ ແຕ່​ກໍ​ບໍ່ຢູ່ໃນເກນບໍ່ດີ​ເກີນ​ໄປ​ ຈຶ່ງ​ຕ້ອງ​ໃຊ້​ເຫດຜົນ​ເພື່ອ​ສ້າງ​ຄວາມ​ເຂົ້າໃຈ​ອັນ​ດີ​ຕໍ່​ກັນ​ ຄວາມ​ສຳພັນ​ກໍ​ຈະ​ດີ​ຂຶ້ນ​ໄດ້​ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີຄຣີມ
ເລກ​ນຳ​ໂຊກ​8

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.